ສັນຍາ RCEP ໄດ້ຮັບຄວາມຫວັງວ່າຈະນຳມາເຊິ່ງໂສມໜ້າໃໝ່ໃຫ້ແກ່ການຄ້າຢູ່ພາກພື້ນ ແລະ ສາກົນ

Chia sẻ
(VOVWORLD) -ກອງປະຊຸມ RCEP ຄັ້ງທີ 10 ໄດ້ຮັບການຕັ້ງຄວາມຫວັງວ່າ ຈະນຳມາເຊິ່ງໂສມໜ້າໃໝ່, ໂຄງສ້າງໃໝ່ໃຫ້ແກ່ການຄ້າພາກພື້ນ ແລະ ໂລກ.

ໂດຍດຳເນີນການເຈລະຈາເປັນຫຼາຍຄັ້ງນັບແຕ່ປີ 2012 ລະຫວ່າງບັນດາປະເທດອາຊຽນ ແລະ 6 ຄູ່ຮ່ວມເຈລະຈາ, ສັນຍາການຄ້າເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ຮັບການຕີລາຄາວ່າແມ່ນ ສັນຍາການຄ້າເສລີ (FTA) ໃຫຍ່ທີ່ສຸດໃນໂລກ. ສະນັ້ນ, ກອງປະຊຸມ RCEP ຄັ້ງທີ 10 ໂດຍກະຊວງອຸດສາຫະກຳການຄ້າຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນວັນທີ 23 ມິຖຸນາ ຈະມາເຖິງຢູ່ຮ່າໂນ້ຍ ນີ້ໄດ້ຮັບການຕັ້ງຄວາມຫວັງວ່າ ຈະນຳມາເຊິ່ງໂສມໜ້າໃໝ່, ໂຄງສ້າງໃໝ່ໃຫ້ແກ່ການຄ້າພາກພື້ນ ແລະ ໂລກ.

        ຕາມທ່ານ ເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ແລ້ວ, ສັນຍາ RCEP ໄດ້ເລີ່ມເຄື່ອນໄຫວໃນເດືອນ ພະຈິກ 2012 ຢູ່ ພະນົມເປັນ (ປະເທດກຳປູເຈຍ) ຄືດັ່ງຂໍ້ລິເລີ່ມຂອງອາຊຽນ ເພື່ອແນໃສ່ສົ່ງເສີມດ້ານການຄ້າລະຫວ່າງບັນດາປະເທດສະມາຊິກ ແລະ 6 ປະເທດຄູ່ຮ່ວມມື ລວມມີ: ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ ແລະ ສ.ເກົາຫຼີ ລ້ວນແຕ່ມີບັນດາສັນຍາການຄ້າເສລີສະເພາະກັບອາຊຽນ. ເລື່ອງພ້ອມກັນເຂົ້າຮ່ວມ RCEP ຈະຊຸກຍູ້ດ້ານການຄ້າໃນທົ່ວກຸ່ມ ດ້ວຍວິທີຫຼຸດຜ່ອນພາສີ, ຫັນບັນດາລະບຽບການ ແລະ ລະບຽບພາສີເປັນໜຶ່ງດຽວ ແລະ ເປີດກວ້າງການສຳຜັດກັບຕະຫຼາດ, ໂດຍສະເພາະແມ່ນລະຫວ່າງບັນດາປະເທດທີ່ບໍ່ມີຂໍ້ຕົກລົງດ້ານການຄ້າທີ່ພວມມີຢູ່ແລ້ວ.

ຕອບກັບ