ສົ່ງເສີມການລົງທຶນ,ການທ່ອງທ່ຽວເຂົ້າແຂວງ ເຊກອງ

Chia sẻ

(VOVWORLD) -ວັນທີ 26 ກໍລະກົດ, ຢູ່ ນະຄອນ ຕາມກີ ແຂວງ ກວ໋າງນາມ ໄດ້ດຳເນີນກອງປະຊຸມສົ່ງເສີມການລົງທຶນ ການທ່ອງທ່ຽວ ເຂົ້າແຂວງ ເຊກອງ. ນີ້ແມ່ນກອງປະຊຸມຄັ້ງທຳອິດໄດ້ຮັບການຈັດຕັ້ງໂດຍແຂວງ ກວ໋າງນາມ ແຮກສ່ຽວກັບແຂວງ ເຊກອງ ຫນູນຊ່ວຍ, ຊ່ວຍເຫລືອ ແລະ ເປັນເຈົ້າພາບຈັດຕັ້ງ.

ສົ່ງເສີມການລົງທຶນ,ການທ່ອງທ່ຽວເຂົ້າແຂວງ ເຊກອງ - ảnh 1 ຜູ່້ແທນເຂົ້າຮ່ວມກອງປະຊຸມ

ພາບ:qdnd

ໃນຂອບເຂດກອງປະຊຸມ, ຜູ້ຕາງຫນ້າແຂວງ ເຊກອງ ໄດ້ແນະນຳໃຫ້ບັນດາວິສາຫະກິດຫວຽດນາມ ຮັບຊາບກ່ຽວກັບແຜນນະໂຍບາຍ, ນະໂຍບາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ແລະບັນດາຂົງເຂດ, ບັນຊີລາຍຊື່ໂຄງການດຶງດູດການລົງທຶນເຂົ້າແຂວງ ເຊກອງຄື: ຂະແຫນງທ່ອງທ່ຽວ, ຂຸດຄົ້ນຊັບພະຍາກອນໂລຫະ, ລົງທຶນກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ, ອຸດສາຫະກຳ ແລະ ການຄ້າ, ລົງທຶນໂຄງການກໍ່ສ້າງໂຮງງານຜະລິດຫົວອາຫານສັດລ້ຽງ, ສ້າງຕັ້ງໂຮງງານປຸງແຕ່ງໄມ້ໃຜ່, ໄມ້ເຮ້ຍ. ການນຳແຂວງ ເຊກອງ ໃຫ້ຄຳໝັ້ນສັນຍາວ່າ ຍາມໃດກໍ່ຈະຮ່ວມເດີນທາງ ແລະ ສ້າງຄວາມສະດວກດີສຸດໃຫ້ນັກລົງທຶນ, ວິສາຫະກິດກ່ຽວຂ້ອງມາເຮັດລະບຽບການລົງທຶນ, ລະບຽບການອື່ນໆ.

ຕອບກັບ