ວຽກ​ງານ​ແນວ​ໂຮມ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ການ​ພົວ​ພັນ​ແບບ​ພິ​ເສດ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ

Chia sẻ
(VOVWORLD) - ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເນັ້ນໜັກວ່າ ການພົວພັນຮ່ວມມືຮອບດ້ານ ແລະ ຫຼາຍຮູບຫຼາຍແບບລະຫວ່າງທ້ອງຖິ່ນຕ່າງໆ ແລະ ການຮ່ວມມືຊາຍແດນ ແມ່ນຈຸດພົ້ນເດັ່ນ, ສ້າງພື້ນຖານ ແລະ ລວງເລິກໃຫ້ແກ່ການພົວພັນແບບພິເສດ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ.
ວຽກ​ງານ​ແນວ​ໂຮມ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ການ​ພົວ​ພັນ​ແບບ​ພິ​ເສດ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ - ảnh 1 ກອງປະຊຸມປະທານແນວໂຮມສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ (ພາບ:  VOV)

ຕອນບ່າຍວັນທີ 9 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ ໄດ້ດຳເນີນກອງປະຊຸມປະທານແນວໂຮມສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານສູນກາງແນວລາວສ້າງຊາດ ສິນລະວົງ ຂຸດໄພທຸນ; ທ່ານນາງ Samdech Mensamaan ປະທານສະພາແນວຮົມສາມັກຄີພັດທະນາປະເທດ ກຳປູເຈຍ ແລະ ທ່ານ ໂດ໊ວັນຈຽນ ປະທານຄະນະກຳທະການສູນກາງແນວໂຮມປະເທດຊາດ ຫວຽດນາມ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເນັ້ນໜັກວ່າ ການພົວພັນຮ່ວມມືຮອບດ້ານ ແລະ ຫຼາຍຮູບຫຼາຍແບບລະຫວ່າງທ້ອງຖິ່ນຕ່າງໆ ແລະ ການຮ່ວມມືຊາຍແດນ ແມ່ນຈຸດພົ້ນເດັ່ນ, ສ້າງພື້ນຖານ ແລະ ລວງເລິກໃຫ້ແກ່ການພົວພັນແບບພິເສດ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ໂດ໊ວັນຈຽນ ສະເໜີວ່າ ສາມຝ່າຍຕ້ອງສືບຕໍ່ເອົາໃຈໃສ່, ຊຸກຍູ້ ແລະ ເຂົ້າຮ່ວມໂຄງການຮ່ວມມືໃນໄລຍະຕໍ່ໄປຢ່າງເລິກເຊິ່ງ; ສະເໜີບັນດາຂໍ້ລິເລີ່ມ, ມາດຕະການໃໝ່, ແທດເໝາະກັບສະພາບການໃໝ່; ພ້ອມທັງປາດຖະໜາວ່າ ໃນໄລຍະຈະມາເຖິງ, ແນວໂຮມສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ ຈະເປັນເຈົ້າການ ແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະ ບັນຫາເກີດຂຶ້ນໃໝ່ໃນການພົວພັນສາມປະເທດເວົ້າລວມ ກໍຄື ລະຫວ່າງແນວໂຮມສາມປະເທດເວົ້າສະເພາະຢ່າງທັນການ.

ນັກຂ່າວ VOV ປະຈຳ ລາວ

ຕອບກັບ