ວາລະສານຂອງກະຊວງການຕ່າງປະເທດ ອີຢິບ ຕີລາຄາສູງການພົວພັນລະຫວ່າງ ຫວຽດນາມ ແລະ ອີຢິບ

Chia sẻ
(VOVWORLD) - ວາລະສານເລກທີ 281 ຂອງກະຊວງການຕ່າງປະເທດ ອີຢິບ ຫວ່າງແລ້ວນີ້ໄດ້ຄັດສະເໜີບົດຂຽນຍາວ 4 ໜ້າດ້ວຍພາສາ ອາຣັບ ທີ່ມີຫົວຂໍ້ວ່າ “55 ປີແຫ່ງວັນສ້າງຕັ້ງການພົວພັນມິດຕະພາບ ຫວຽດນາມ - ອີຢິບ” ຂອງນັກຮຽນຮູ້ ອີຢິບ Adel Abdel Samed.
ວາລະສານຂອງກະຊວງການຕ່າງປະເທດ ອີຢິບ ຕີລາຄາສູງການພົວພັນລະຫວ່າງ ຫວຽດນາມ ແລະ ອີຢິບ - ảnh 1 ວາລະສານຂອງກະຊວງການຕ່າງປະເທດ ອີຢິບ ຕີລາຄາສູງການພົວພັນລະຫວ່າງ ຫວຽດນາມ ແລະ ອີຢິບ

ບົດຂຽນໄດ້ຕີລາຄາໄລຍະທາງພັດທະນາຂອງການພົວພັນທີ່ເປັນມູນເຊື້ອມິດຕະພາບອັນດີງາມລະຫວ່າງ 2 ປະເທດໃນກ່ວາ 55 ປີຜ່ານມາ. ໃນບົດຂຽນ, ທ່ານ Adel Abdel Samed ໄດ້ເນັ້ນໜັກເຖິງບົດບາດປະຫວັດສາດຂອງປະທານ ໂຮ່ຈີມິນ ທີ່ໄດ້ມາຢ້ຽມຢາມປະເທດຂອງປິຣາມິດ 3 ຄັ້ງ ແລະ ຕັ້ງພື້ນຖານໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອພັດທະນາອັນດີງາມມາຮອດວັນນີ້. ທ່ານ Adel Abdel Samed ໄດ້ຄັດສະເໜີບາງບົດຂຽນຂອງບັນດານັກການທູດ, ບັນດານັກຮຽນຮູ້ ອີຢິບ ທີ່ຍ້ອງຍໍປະທານ ໂຮ່ຈີມິນ ແລະ ຫວຽດນາມ ດ້ວຍຄວາມນິຍົມນັບຖືໃຫຍ່ຫລວງ. ທ່ານ Adel Abdel Samed ໄດ້ເນັ້ນໜັກເຖິງໝາກຜົນແຫ່ງການຮ່ວມມືຂອງ 2 ປະເທດໃນຊຸມປີມໍ່ໆມານີ້, ຢັ້ງຢືນວ່າ ຫວຽດນາມ ແມ່ນປະເທດທີ່ມີພູມສາດຍຸດທະສາດສຳຄັນຢູ່ແຫຼມອິນດູຈິນ.

ຕອບກັບ