ວາລະສານກອມມູນິດສະເໜີຕົວແວບໄຊ ດ້ວຍພາສາລາວ

Chia sẻ
ຕອນ​ເຊົ້າວັນ​ທີ 28/12, ວາລະສານ​ກອມ​ມູນິດ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເໜີ​​ແວບ​ໄຊ​ດ້ວຍ​ພາສາ​ລາວ ​ແລະ ​ອອກບົດ​​ໃນ​ແວບ​ໄຊ SolidNet - ​ສື່​ເອ​ເລັກ​ໂຕ​ນິກຂອງ​ບັນດາ​ພັກ​ກອມ​ມູນິດ ​ແລະ ກຳມະກອນ​ສາກົນ
ວາລະສານກອມມູນິດສະເໜີຕົວແວບໄຊ ດ້ວຍພາສາລາວ  - ảnh 1
ພາບປະກອບ

(vovworld) - ຕອນ​ເຊົ້າວັນ​ທີ 28/12, ວາລະສານ​ກອມ​ມູນິດ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເໜີ​​ແວບ​ໄຊ​ດ້ວຍ​ພາສາ​ລາວ ​ແລະ ​ອອກບົດ​​ໃນ​ແວບ​ໄຊ SolidNet - ​ສື່​ເອ​ເລັກ​ໂຕ​ນິກຂອງ​ບັນດາ​ພັກ​ກອມ​ມູນິດ ​ແລະ ກຳມະກອນ​ສາກົນ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ບັນນາທິການ​ໃຫຍ່​ວາລະສານ​ກອມ​ມູນິດ ຫວູວັນ​ຟຸກ ຊີ້​ແຈງ​ວ່າ: ປະຕິບັດ​ໜ້າ​ທີ່​ຂ່າວສານ​ຕ່າງປະ​ເທດຮັບ​​ໃຊ້​ແຜນ​ນະ​ໂຍບາຍ​ຫັນບັນດາ​ການ​ພົວພັນ​ກັບ​ຕ່າງປະ​ເທດ​​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ ຕາມ​ມະຕິ​ຂອງ​ພັກ, ວາລະສານ​ກອມ​ມູນິດ​ໄດ້​ເປັນ​ເຈົ້າ​ການ​ເປີດ​ແວບ​ໄຊ​ ​ວາລະສານ​ກອມ​ມູນິດ​ເອ​ເລັກ​ໂຕ​ນິກດ້ວຍ​ພາສາ​ລາວ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ເພີ່ມ​ທະວີ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ, ​​ໂຄສະນາ​ເຜີຍ​ແຜ່​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ ​ແລະ ລັດ ຫງວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ພົວພັນ​ພາຍ​ໃນ​ ​ແລະ ຕ່າງປະ​ເທດ, ບັນດາ​ບັນ​ຫາ​ທິດ​ສະ​ດີ ​ແລະ ພຶດຕິ​ກຳຕົວ​ຈິງ​​ໃນ​ການກໍ່ສ້າງ​ພື້ນຖານ​ວັດຖຸ​ຂອງ​ລັດທິ​ສັງຄົມ​ຢູ່​ຫວຽດນາມ. ​ແວບ​ໄຊ​ພາສາ​ລາວ ຂອງວາລະສານ​ກອມ​ມູນິດ​ເອ​ເລັກ​ໂຕ​ນິກ ​ແມ່ນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ເພີ່ມ​ພູນ​ຄູນ​ສ້າງ​​ນ້ຳ​ໃຈ​ມິດຕະພາບ​​ແບບ​ພິ​ເສດ, ສາຍ​ພົວພັນ​ສາມັກຄີ​ທີ່​ສະໜິດ​ແໜ້ນ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທ​​ດ ຫວຽດນາມ - ລາວ ​ໃຫ້ສວຍ​ສົດ​ງົດ​ງາມ​ຕະຫຼອດ​ໄປ./.

       

ຕອບກັບ