ວາລະສານ Fobes ສະບັບອອກ​ເປັນ​ພາສາ ອິດສະຣາ​ແອັນ ຕີ​ລາຄາຕີລາຄາສູງຜົນງານດ້ານການເມືອງ, ​ເສດຖະກິດ ​ແລະ ການ​ທູດ​ຂອງຫວຽດນາມ

Chia sẻ
(VOVWORLD) -ວາລະສານ Fobes ສະບັບອອກເປັນພາສາ ອິດສະຣາແອັນ ຫາກໍໄດ້ລົງບົດຂຽນດ້ວຍຫົວຂໍ້ “ເປັນຫຍັງ ພວກເຮົາຄວນຄິດເຖິງຫວຽດນາມຫຼາຍກວ່າ”, ໃນນັ້ນໄດ້ຕີລາຄາສູງຜົນງານດ້ານການເມືອງ, ເສດຖະກິດ, ການທູດ ແລະ ຜົນສໍາເລັດຂອງຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ບົດຂຽນໄດ້ຕີລາຄາວ່າ  ຫວຽດນາມແມ່ນປະເທດນອນໃນກຸ່ມບັນດາປະເທດມີລະດັບການເຕີບໂຕເສດຖະກິດສູງທີ່ສຸດໃນໂລກ ເມື່ອລະດັບການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ປີ 2019 ແມ່ນ 7,02%. ຫວຽດນາມ ກໍແມ່ນປະເທດສົ່ງອອກເກີນດຸ່ນໃນ 4 ປີຢ່າງຕໍ່ເນື່ອງ ໃນຂະນະທີ່ຈໍານວນປະເທດຂາດດຸ່ນການຄ້າເພີ່ມຂຶ້ນ. ອະທິບາຍໃຫ້ສ່ິງດັ່ງກ່າວ, ວາລະສານ Fobes ຖືວ່າ ຫວຽດນາມ ບັນລຸໄດ້ບັນດາຜົນງານດັ່ງກ່າວ ເພາະວ່າ ຫວຽດນາມ ໄດ້ມີການປົວແປງສະພາບແວດລ້ອມດໍາເນີນທຸລະກິດຢ່າງບໍ່ຢຸດຢັ້ງ ແລະ ສ້າງໂຄງສ້າງເສດຖະກິດຄືນໃໝ່. ຕາມດັດຊະນີການແກ້ງແຍ້ງທົ່ວໂລກປີ 2019, ຫວຽດນາມ ໄດ້ເລື່ອນຂຶ້ນ 10 ຂັ້ນໃນຕາຕະລາງຈັດລໍາດັບ ເມື່ອທຽບໃສ່ປີກ່ອນ, ໂດຍຢືນອັນດັບທີ 67, ກາຍເປັນໜຶ່ງໃນບັນດາປະເທດມີລະດັບການເຕີບໂຕຫຼາຍທີ່ສຸດໃນປີ. ບົດຂຽນກໍໄດ້ຕີລາຄາສູງຕໍ່ວິທີການຮັບມືກັບໂລກລະບາດໂຄວິດ - 19 ຂອງຫວຽດນາມ.

ວາລະສານ Fobes ສະບັບອອກ​ເປັນ​ພາສາ ອິດສະຣາ​ແອັນ ຕີ​ລາຄາຕີລາຄາສູງຜົນງານດ້ານການເມືອງ, ​ເສດຖະກິດ ​ແລະ ການ​ທູດ​ຂອງຫວຽດນາມ - ảnh 1 ລະບົບປຸງແຕ່ງໝາກໄມ້ສົ່ງອອກຂອງບໍລິສັດ Nafood (ພາບ: TTXVN)

ກ່ຽວຂ້ອງເຖິງວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19, ວັນທີ 30 ເມສາ, ສໍານັກຂ່າວສານ Reuter ຂອງ ອັງກິດ ກໍໄດ້ມີບົດຂຽນຕີລາຄາສູງຕໍ່ວິທີການຮັບມືກັບໂລກລະບາດໂຄວິດ - 19 ຂອງລັດຖະບານຫວຽດນາມ. ນອກຈາກນັ້ນ, ໃນວັນດຽວກັນ, ໜັງສືພິມ “ວິພາກ ແລະ ເຫດການ” ຂອງ ລັດເຊຍ ກໍໄດ້ລົງພິມບົດຂຽນ ດ້ວຍຫົວຂໍ້ “ສາເຫດທີ່ຊ່ວຍຫວຽດນາມສາມາດຮັບມືກັບໂລກລະບາດໂຄວິດ - 19 ນັບແຕ່ຫົວທີ”, ໃນນັ້ນກໍໄດ້ຕັ້ງຄໍາຖາມວ່າ ບໍ່ຮູ້ວ່າ ລັດເຊຍ ສາມາດໝູນໃຊ້ຜົນສໍາເລັດຂອງຫວຽດນາມໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ຫຼືບໍ. 

ຕອບກັບ