ວາລະປະຊຸມຄັ້ງທີ 7 ຂອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​

Chia sẻ

ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ ໃຫ້​ຄຳ​ເຫັນ​ຕໍ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ໂຄສະນາ ​ແລະ ລັດຖະບັນຍັດ​ບຸລິມະສິດ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່ການ​ປະຕິວັດ

ວາລະປະຊຸມຄັ້ງທີ 7 ຂອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ - ảnh 1

(ພາບ:ktdt.com.vn)

( vovworld ) – ​ໂດຍ​ໄດ້​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງທີ 7, ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 17/4, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ໄຟຟ້າ. ກ່ອນ​ໜ້ານັ້ນ, ​ໃນ​ຕອນ​ເຊົ້າວັນ​ທີ 17/4, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​​ໄດ້ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ໂຄສະນາ ​ແລະ ລັດຖະບັນຍັດສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ລັດຖະບັນຍັດ​ບຸລິມະສິດ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່ການ​ປະຕິວັດ. ກ່ຽວ​ກັບລັດຖະບັນຍັດສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ລັດຖະບັນຍັດ​ບຸລິມະສິດ​ຜູ້​ມີ​ຄຸນງາມຄວາມດີ​ການ​ປະຕິວັດ, ຜູ້​ແທນ​ສ່ວນ​ຫຼາຍ​ໄດ້​ເຫັນ​ດີ​ກັບ​ໃບ​ຍື່ນ​ສະ​ເໜີ​ຂອງ​ລັດຖະບານ​ກ່ຽວ​ກັບ​ຂອບ​ເຂດ​ການ​ປັບປຸງ, ​ເພີ່ມ​ເຕີມ ​ເພື່ອ​ແນ​ໃສ່​ຮັບປະກັນ​ລັກສະນະ​ເໝາະ​ສົມ ​ແລະ ນະ​ໂຍບາຍ​ໃຫ້​ບຸລິມະສິດ​ທີ່​ດີ​ກ່ວາ​ສຳລັບຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ. ກ່ຽວ​ກັບ​ການ​ເປີດ​ກ້ວາງນະ​ໂຍບາຍ​ໃຫ້​ບຸລິມະສິດ​ການ​ປະກັນ​ສຸຂະພາບ​ສຳລັບ​ຍາດຕິ​ພີ່ນ້ອງ​ຂອງຜູ້​ມີ​ຄຸນງາມຄວາມດີ​​ຕໍ່​ປະ​ເທດ​ຊາດ, ທ່ານ​ນາງ Truong Thi Mai ປະທານ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ ຖື​ວ່າ:

   “ການ​ເປີດ​ກ້ວາງ​ນະ​​ໂຍບາຍ​ສຳລັບ​ຍາດຕິ​ພີ່ນ້ອງ​ຂອງຜູ້​ມີ​ຄຸນງາມຄວາມດີ ຕ້ອງ​ໄດ້​ຮັບ​ການ​ຊັ່ງຊາ​ຕື່ມ​ອີກ, ​ໃນ​ສະພາບ​ການ​ທີ່​ມາ​ຮອດ​ປະຈຸ​ບັນ ຍັງ​ບໍ່​ທັນ​ມີ​ນະ​ໂຍບາຍ​ປະກັນ​ສຸຂະພາບ​ສຳລັບ​ຜູ້​ເຂົ້າຮ່ວມ​ການ​ຕໍ່ຕ້ານ​ປົດ​ປ່ອຍ​ຊາດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປະຕິບັດ​ພັນທະ​ສາກົນ ​ແລະ ຜູ້ມີ​ຄຸນງາມຄວາມດີ​ຊ່ວຍ​ເຫຼືອ​ການ​ປະຕິວັດ​ໄດ້​ຮັບ​ໃບ​ຍ້ອງຍໍ​ຂອງ​ທ່າ​ນາຍົກລັດຖະມົນຕີ, ລັດຖະມົນຕີ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຂັ້ນ​ແຂ​ວງກ່ຽວ​ກັບ​ຜົນງານ​ໃນ​ການ​ຕໍ່ຕ້ານ. ສະນັ້ນ ຄະນະ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ສະ​ເໜີ​ໃຫ້​ລັດຖະບານ ຕ້ອງ​ຕີ​ລາຄາ, ຄາດ​ຄະ​ເນ​ຈຳນວນ​ເປົ້າໝາຍ​ເພີ່ມ​ຂຶ້ນຢ່າງ​ຄົບ​ຖ້ວນ ​ແລະ ຄວາມ​ສາມາດດຸນດ່ຽງ​ງົບປະມານ​ແຕ່ລະ​ປີ ​ເພື່ອ​ປະຕິບັດ​ນະ​ໂຍບາຍ​ນີ້“.