ວາລະປະຊຸມຄັ້ງທີ 27, ຄະນະປະຈຳສະພາ ແຫ່ງຊາດປະກອບຄຳເຫັນ ກ່ຽວກັບຫຼາຍບັນຫາສຳຄັນ

Chia sẻ
ວາລະປະຊຸມ​ຈະ​ປຶກສາ​ຫາລືຫຼາຍ​ບັນຫາ​ສຳຄັນ, ກະກຽມ​ໃຫ້​ແກ່​ວາລະ​ປະຊຸມ​ຄັ້ງ​ທີ 7, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຈະ​ຈັດ​ຕັ້ງ​ໃນ​ເດືອນ 5 ຈະ​ມາ​ເຖີງ
ວາລະປະຊຸມຄັ້ງທີ 27, ຄະນະປະຈຳສະພາ ແຫ່ງຊາດປະກອບຄຳເຫັນ ກ່ຽວກັບຫຼາຍບັນຫາສຳຄັນ - ảnh 1
ພາບປະກອບ

(vovworld) – ວາລະ​ປະຊຸມ​ຄັ້ງ​ທີ 27, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ​ຈະຈັດ​ຕັ້ງ​ຂື້ນ​ໃນ​ລະຫວ່າງ​ວັນ​ທີ​ 14 / 24/4 ຢູ່ ຮ່າ​ໂນ້ຍ. ວາລະປະຊຸມ​ຈະ​ປຶກສາ​ຫາລືຫຼາຍ​ບັນຫາ​ສຳຄັນ, ກະກຽມ​ໃຫ້​ແກ່​ວາລະ​ປະຊຸມ​ຄັ້ງ​ທີ 7, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຈະ​ຈັດ​ຕັ້ງ​ໃນ​ເດືອນ 5 ຈະ​ມາ​ເຖີງ. ຄາດ​ວ່າ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາ​ດຈະ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຫຼາຍ​ເນື້ອ​ໃນຄື: ປະກາດ​ໃຊ້​ມະຕິ​ຂອງ​ສະພາ​ແຫ​່ງຊາດ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ລາຍການ, ປື້​ມຕຳລາ​ສຶກສາ​ສາມັນ ​ແລະ ຮ່າງ​ແຜນ​ຮ່າງປ່ຽນ​ໃໝ່​ລາຍການ, ປື້​ມຕຳລາ​ສຶກສາ​ສາມັນຫຼັງ​ປີ 2015, ຄາດ​ຄະ​ເນລາຍການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​​ແຫ່ງ​ຊາດ​ປີ 2015, ຄາດ​ຄະ​ເນ ກ່ຽວ​ກັບ​ລາຍການ​ສ້າງ​ກົດໝາຍ, ລັດຖະບັນຍັດ ປີ 2015. ຄະ​ນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ່​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ມະຕິ​ກ່ຽວ​ກັບ​ການ​​ລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈສຳລັບ​ຜູ້​ດຳ​ລົງ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລື​ອກຕັ້ງ ຫຼື ​ໃຫ້​ສັດຕະຍາບັນ. ກ່ຽວ​ກັບ​ວຽກ​ງານ​ສ້າງ​ກົດໝາຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ປຶກສາ​ຫາ​ລື ກ່ຽວ​ກັບ​ບັນດາ​ຮ່າງ​ກົດໝາຍ​ສຳຄັນ​ຄື: ກົດໝາຍ​ວ່າ​ດ້ວຍ​ງົບປະ​ມານ​ແຫ່ງ​ລັດ (ສະບັບ​ປັບ​ປຸງ), ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ, ຄຸ້ມ​ຄອງ​​ທຶນຂອງ​ລັດ​​ຢູ່ວິ​ສາ​ຫະກິດ, ກົດໝາຍ​ວ່າ​ດ້ວຍ​ປະກັນ​ສັງຄົມ (ສະບັບ​ປຸງ​ປຸງ).