ວາລະປະຊຸມຄັ້ງທີ 12 ຂອງຄະນະປະຈຳ ສະພາແຫ່ງຊາດຈະພິຈາລະນາ ບັນດາບົດລາຍງານຂອງລັດຖະບານ

Chia sẻ

ວາລະ​ປະຊຸມ​ຄັ້ງທີ 12 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຈະ​ພິຈາລະນາ​ບັນດາ​ບົດ​ລາຍ​ງານຂອງ​ລັດຖະບານ

ວາລະປະຊຸມຄັ້ງທີ 12 ຂອງຄະນະປະຈຳ ສະພາແຫ່ງຊາດຈະພິຈາລະນາ ບັນດາບົດລາຍງານຂອງລັດຖະບານ - ảnh 1

(ພາບປະກອບ:ອິນ​ເຕີ​ແນັດ)

(TTX)- ​ຫ້ອງ​ວ່າການ​ສະພາ​ແຫ່ງຊາດ​ໃຫ້​ຮູ້​ວ່າ: ວາລະ​ປະຊຸມ​ຄັ້ງທີ 12 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຈະ​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 5/10. ນີ້​ແມ່ນ​ວາລະ​ປະຊຸມ​ຄັ້ງສຸດ​ທ້າຍ​ຂອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ກ່ອນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ທີ່​ວາລະ​ປະຊຸມ​ຄັ້ງນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຈະ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ໃບ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ຂັ້ນຕອນ, ລະບຽບ​ການ, ວິທີ​ເອົາ​ບັດ​ໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່​ງຊາດ, ສະພາ​ປະຊາຊົນ​​ເລືອກ​ຕັ້ງຫຼື​ໃຫ້​ສັດຕະຍາບັນ. ພ້ອມ​ທັງ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ເລື່ອງ​ກະກຽມ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່​ງຊາດຮ່າງ​ມະຕິ​ກ່ຽວ​ກັບການປັບປຸງ ​ແລະ ​ເພີ່ມ​ເຕີມລັດຖະທຳ​ມະນູນ​ປີ 1992 ​ແລະ ຮ່າງ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເອົາ​ຄຳ​ເຫັນ​ປະຊາຊົນ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992  ສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ. ຄຽງ​ຄູ່​ກັນນັ້ນ, 3 ​ເນື້ອ​ໃນ​ສຳຄັນ​ຈະ​ໄດ້​ຮັບ​ຄຳ​ເຫັນ​ຈາກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດລວມມີ: ບັນດາ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ສະພາບ​ການປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ​ແຜນງົບປະມານ​ແຫ່ງ​ລັດ​ປີ 2012, ທິດ​ທາງ, ໜ້າ​ທີ່ ​ແລະ ​ແຜນການພັດທະນາ​ເສດຖະກິດ​ສັງຄົມ, ​ແຜນງົບປະມານ​ແຫ່ງ​ລັດ ​ແລະ ການຈັດ​ແບ່ງ​ງົບປະມານ​ສູນ​ກາງ​ປີ 2013; ບົດ​ລາຍ​ງານ​ວຽກ​ງານ​ປີ 2012 ຂອງ​ປະທານສານປະຊາຊົນ​ສູງ​ສຸດ, ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ; ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ກວດກາ​ຈຸດໝາຍ, ໜ້າ​ທີ່, ​ໄລຍະ​ເວລາ​ປະຕິບັດ ​ແລະ ​ແຫຼ່ງກຳລັງ​ລະອຽດ​ຂອງ​ບັນດາ​ໂຄງການ​ພາກສ່ວນ​ຂຶ້ນ​ກັບ​ແຕ່ລະ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ໄລຍະ 2011-2015.