ວິສາຫະກິດ ໄທ ສົນໃຈເຖິງຕະຫຼາດເຄື່ອງໄຟຟ້າທໍາຄວາມເຢັນຂອງຫວຽດນາມ

Chia sẻ
(VOVWORLD) -ງານວາງສະແດງມີການເຂົ້າຮ່ວມຂອງບໍລິສັດກວ່າ 400 ແຫ່ງ, ດ້ວຍຮ້ານວາງສະແດງ 1000 ຮ້ານ ແລະ ມີລູກຄ້າມາຊົມປະມານ 14.000 ຄົນ.

        ງານວາງສະແດງສະເພາະຂະແໜງເຄື່ອງປັບອາກາດ ແລະ ເຄື່ອງທໍາຄວາມເຢັນ (Bangkok RHVAC 2019) ແລະ ງານວາງສະແດງສະເພາະຂະແໜງອຸປະກອນໄຟຟ້າ ແລະ ເອເລັກໂຕນິກ (Bangkok E&E 2019) ຄາດວ່າ ຈະຈັດຂຶ້ນຢູ່ບາງກອກ, ປະເທດໄທ ໃນລະຫວ່າງວັນທີ 25 - 28 ກັນຍາ. ງານວາງສະແດງມີການເຂົ້າຮ່ວມຂອງບໍລິສັດກວ່າ 400 ແຫ່ງ, ດ້ວຍຮ້ານວາງສະແດງ 1000 ຮ້ານ ແລະ ມີລູກຄ້າມາຊົມປະມານ 14.000 ຄົນ.

        ເມື່ອຕອບສໍາພາດຕໍ່ນັກຂ່າວ VOV ເນື່ອງໃນໂອກາດກະກຽມໃຫ້ແກ່ເຫດການດັ່ງກ່າວ, ທ່ານ ວິດທະຍາກອນ ມະນີເນດ, ຮອງຫົວໜ້າກົມສົ່ງເສີມການຄ້າສາກົນ ໄທ ຢັ້ງຢືນວ່າ ຕະຫຼາດຫວຽດນາມ ມີທ່າແຮງບົ່ມຊ້ອນຫຼາຍຢ່າງສໍາລັບບັນດາວິສາຫະກິດໄທ, ໂດຍສະເພາະແມ່ນຂົງເຂດເຄື່ອງໄຟຟ້າທໍາຄວາມເຢັນ. ດັ່ງນັ້ນ, ຫວຽດນາມ ແລະ ໄທ ມີີກາລະໂອກາດຫຼາຍຢ່າງເພື່ອຍູ້ແຮງການຮ່ວມມືໃນຂະແໜງອຸດສາຫະກໍາເອເລັກໂຕນິກ, ເຄື່ອງທໍາຄວາມເຢັນ.

ຕອບກັບ