ວິສາຫະກິດ ຫວຽດນາມ ເພີ່ມທະວີການຮ່ວມມື ແລະ ໂຄສະນາຜະລິດຕະພັນຢູ່ ກຳປູເຈຍ

Chia sẻ
(VOVWORLD) -  ບັນດາວິສາຫະກິດຂອງແຂວງ ຫວີງລອງ ເຂົ້າຮ່ວມງານຕະຫລາດນັດຄັ້ງນີ້ ແມ່ນການສະແດງອອກຢ່າງລະອຽດຂອງນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ Kampong Speu - ຫວີງລອງ
ວິສາຫະກິດ ຫວຽດນາມ ເພີ່ມທະວີການຮ່ວມມື ແລະ ໂຄສະນາຜະລິດຕະພັນຢູ່ ກຳປູເຈຍ - ảnh 1ວິສາຫະກິດ ຫວຽດນາມ ເພີ່ມທະວີການຮ່ວມມື ແລະ ໂຄສະນາຜະລິດຕະພັນຢູ່ ກຳປູເຈຍ (ພາບ:Vietnam+)

ງານຕະຫລາດນັດການຄ້າແຂວງ Kampong Speu 2019 ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 21 ມີນາ ຢູ່ເທດສະບານເມືອງ Kampong Speu, ແຂວງ Kampong Speu, ປະເທດ ກຳປູເຈຍ, ດ້ວຍຮ້ານວາງສະແດງຂາຍສິນຄ້າຂອງບັນດາວິສາຫະກິດ ກຳປູເຈຍ, ໄທ ແລະ ຫວຽດນາມ ເກືອບ 100 ຮ້ານວາງສະແດງສິນຄ້າ; ໃນນັ້ນມີວິສາຫະກິດຂອງແຂວງ ຫວີງລອງ (ຫວຽດນາມ) ເຂົ້າຮ່ວມເກືອບ 10 ແຫ່ງ.

        ກ່າວຄຳເຫັນໄຂງານຕະຫລາດນັດ, ທ່ານ Vy Som Nang ເຈົ້າແຂວງແຂວງ Kampong Speu ຢືນຢັນວ່າ: ບັນດາວິສາຫະກິດຂອງແຂວງ ຫວີງລອງ ເຂົ້າຮ່ວມງານຕະຫລາດນັດຄັ້ງນີ້ ແມ່ນການສະແດງອອກຢ່າງລະອຽດຂອງນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ Kampong Speu - ຫວີງລອງ. ການເຂົ້າຮ່ວມຂອງບັນດາວິສາຫະກິດ ຫວຽດນາມ ໄດ້ນຳມາເຊິ່ງບັນດາຜະລິດຕະພັນສິນຄ້າຫລາຍຮູບຫລາຍແບບ, ອຸດົມສົມບູນ, ສ້າງເງື່ອນໄຂໃຫ້ຜູ້ບໍລິໂພກໄດ້ສຳຜັດກັບບັນດາຜະລິດຕະພັນທີ່ມີຄຸນນະພາບຈາກ ຫວຽດນາມ. ທ່ານ ຫງວຽນວັນກ່ອນ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ຫວີງລອງ ໃຫ້ຮູ້ວ່າ:

        ນີ້ກໍ່ແມ່ນຄັ້ງທີ 5 ຢ່າງລຽນຕິດ, ທີ່ບັນດາວິສາຫະກິດແຂວງ ຫວີງລອງ ເຂົ້າຮ່ວມງານຕະຫລາດນັດການຄ້າ Kampong Speu. ພວກຂ້າພະເຈົ້າເຂົ້າຮ່ວມງານຕະຫລາດນັດຄັ້ງນີ້ ດ້ວຍເປົ້າໝາຍແມ່ນແນະນຳສິນຄ້າ, ຮ່ວມມືເປີດກ້ວາງຕະຫລາດ, ປະກອບສ່ວນຊ່ວຍໃຫ້ວິສາຫະກິດພັດທະນານັບມື້ນັບດີກ່ວາ.

        ງານຕະຫລາດນັດການຄ້າແຂວງ Kampong Speu 2019 ດຳເນີນໃນລະຫວ່າງວັນທີ 21 – 25 ມີນາ 2019.

ຕອບກັບ