ງານຕະຫລາດນັດປີນີ້ໄດ້ດຶງດູດວິສາຫະກິດ, ອົງການຈັດຕັ້ງກ່ວາ 1200 ແຫ່ງທີ່ມາຈາກ 60 ປະເທດ ແລະ ເຂດແຄ້ວນໃນໂລກເຂົ້າຮ່ວມ.
ວິສາຫະກິດ ຫວຽດນາມ ຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານຢູ່ ອິນເດຍ |
ຫ້ອງການຕາງໜ້າດ້ານການຄ້າ, ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ກໍໄດ້ຈັດຕັ້ງຮ້ານວາງສະແດງ ເພື່ອໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ໂຄສະນາຜະລິດຕະພັນ ແລະ ພົບປະ, ແລກປ່ຽນ, ຊອກຫາກາລະໂອກາດດຳເນີນທຸລະກິດຢູ່ຕະຫລາດ ອິນເດຍ.
Elecrama ແມ່ນງານຕະຫລາດນັດໂດຍລັດຖະບານ ອິນເດຍ ອຸປະຖຳ ຖືກຈັດຕັ້ງພັດປ່ຽນກັນຢູ່ບັນດານະຄອນໃຫຍ່ຂອງ ອິນເດຍ 2 ປີເທື່ອໜຶ່ງ. ງານຕະຫລາດນັດປີນີ້ ຈະແກ່ຍາວຮອດວັນທີ 22 ມັງກອນ 2020 ຈຶ່ງອັດລົງ.