ວັນທີ 20 ພຶດສະພາ, ສະພາແຫ່ງຊາດເລີ່ມດຳເນີນວຽກງານບຸກຄະລາກອນ

Chia sẻ
(VOVWORLD) - ໃນຕອນເຊົ້າວັນທີ 20 ພຶດສະພາ, ສະພາແຫ່ງຊາດເລີ່ມດຳເນີນວຽກງານບຸກຄະລາກອນ ແລະ ຈະສຳເລັດໃນຕອນເຊົ້າວັນທີ 22 ພຶດສະພາ.
ວັນທີ 20 ພຶດສະພາ, ສະພາແຫ່ງຊາດເລີ່ມດຳເນີນວຽກງານບຸກຄະລາກອນ - ảnh 1ກອງປະຊຸມຖະແຫຼງຂ່າວ
(ພາບ: qdnd.vn)

ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາຫ່ງຊາດ ບຸຍວັນເກືອງ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ ກ່ຽວກັບການຄາດຄະເນລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ທ່ານຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ວູມິງຕວນ ໃຫ້ຮູ້ວ່າ, ກອງປະຊຸມເທື່ອທີ 7 ຈະຈັດວາລະປະຊຸມກະກຽມ ແລະ ຈັດພິທີໄຂຢ່າງສົມກຽດໃນວັນທີ 20 ພຶດສະພາ, ຄາດວ່າ, ພິທີອັດກອງປະຊຸມຈະຈັດຂຶ້ນໃນວັນທີ 28 ມິຖຸນາ, ຕາມຮູບແບບໂຮມປະຊຸມຢູ່ຫໍສະພາແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ.

ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 10 ສະບັບ, ຮ່າງມະຕິ 3 ສະບັບ, ພິຈາລະນາ, ປະກອບຄຳເຫັນໃສ່ຮ່າງກົດໝາຍ 11 ສະບັບ. ຄາດວ່າ, ໃນຕອນເຊົ້າວັນທີ 20 ພຶດສະພາ, ສະພາແຫ່ງຊາດເລີ່ມດຳເນີນວຽກງານບຸກຄະລາກອນ ແລະ ຈະສຳເລັດໃນຕອນເຊົ້າວັນທີ 22 ພຶດສະພາ. ສະພາແຫ່ງຊາດຈະເລືອກຕັ້ງປະທານສະພາແຫ່ງຊາດ, ຖັດຈາກນັ້ນຈະເລືອກຕັ້ງປະທານປະເທດ ຕາມຂໍ້ກຳນົດ.

ຕອບກັບ