ວັນທີ 08 ສິງຫາ, ຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີກວ່າ 9.200 ຄົນ

Chia sẻ
(VOVWORLD) -ມາຮອດປະຈຸບັນ, ຫວຽດນາມ ສັກວັກຊິນກັນໂຄວິດ-19 ແມ່ນເກືອບ 248,8 ລ້ານໂດສ.

ວັນທີ 8 ສິງຫາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 1.705 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 9.223 ຄົນ, ບໍ່ມີຜູ້ເສຍຊີວິດ. ມາຮອດປະຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດທັງໝົດ 11.349.223 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິທັງໝົດ 9.982.345, ຜູ້ເສຍຊີວິດທັງໝົດແມ່ນ 43.094 ຄົນ.

ມາຮອດປະຈຸບັນ, ຫວຽດນາມ ສັກວັກຊິນກັນໂຄວິດ-19 ແມ່ນເກືອບ 248,8 ລ້ານໂດສ.

ຕອບກັບ