ວັນຄອບຄົວອາຊຽນ ຢູ່ ເມກຊີໂກ

Chia sẻ
(vovworld) - ຜູ້​ຕ່າງ​ໜ້າ​ບັນດາ​ປະ​ເທດ​ສະມາຊິກ​ທີ່​ມີ​ສະຖານທູດ​ປະຈຳ​ເມ​ຊີ​ໂກ ​ໄດ້​ດຳ​ເນີນ​ການ​ແຂ່ງຂັນການ​ລະ​ຫຼີ້ນພື້ນ​ເມືອງ​ໂດຍ​ສະຖານທູດ​ໄທ ຈັດ​ຕັ້ງ...
ວັນຄອບຄົວອາຊຽນ ຢູ່ ເມກຊີໂກ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 24 ສິງຫາ, ຢູ່​ຟາມ La Marquesa, ຂຶ້ນ​ກັບ​ລັດ​ເມກ​ຊີ​ໂກ, ສະຖານທູດ​ 5 ປະ​ເທດ​ສະມາຊິກ​ອາ​ຊຽນ ປະຈຳ​ເມກ​ຊີ​ໂກ ​ເຊິ່ງລວມມີ ຫວຽດນາມ, ອີນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟີ​ລິບ​ປີນ ​ແລະ ​ໄທ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ “ວັນ​ຄອບຄົວ​ອາ​ຊຽນ 2013” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພະນັກງານ​ສະຖານທູດ, ພາລະ​ກອນ, ຄອບຄົວ ​ແລະ ​ເພື່ອນ​ມິດ​ເມກ​ຊີ​ໂກ ​ເປັນ​ຈຳນວນ​ຫຼາຍ ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ຄວາມ​ສາມັກຄີ ​ແລະ ການຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ກຸ່ມ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ພົວພັນ​ອັນ​ດີງາມ​ກັບປະ​ເທດ​ເມກ​ຊີ​ໂກ. ພາຍຫຼັງ​ພິທີ​ໄຂ, ຜູ້​ຕ່າງ​ໜ້າ​ບັນດາ​ປະ​ເທດ​ສະມາຊິກ​ທີ່​ມີ​ສະຖານທູດ​ປະຈຳ​ເມ​ຊີ​ໂກ ​ໄດ້​ດຳ​ເນີນ​ການ​ແຂ່ງຂັນການ​ລະ​ຫຼີ້ນພື້ນ​ເມືອງ​ໂດຍ​ສະຖານທູດ​ໄທ ຈັດ​ຕັ້ງ, ຫຼັງ​ຈາກ​ນັ້ນ, ພະນັກງານ, ພາລະ​ກອນ ​ແລະ ຄອບຄົວ ພ້ອມ​ກັບ​ເພື່ອນ​ມິດ​ເມກ​ຊີ​ໂກ ທຸກ​ຄົນ ​ໄດ້​​ແນະນຳ, ຮັບ​ປະທານ​ບັນດາ​​ເຍື່ອງອາຫານ​ພື້ນ​ເມືອງ​ຂອງ​ປະ​ເທດ​​ເຫຼົ່າ​ນັ້ນ.