ວິທະຍາຄານປ້ອງກັນຊາດຈັດພິທີເປີດສົກຮຽນໃໝ່ 2020 – 2021

Chia sẻ
(VOVWORLD) -ໃນໄລຍະຈະມາເຖິງ, ວິທະຍາຄານປ້ອງກັນຊາດ ຄວນປະຕິບັດໜ້າທີ່ສຶກສາ, ບຳລຸງສ້າງໃຫ້ຖັນແຖວພະນັກງານຂັ້ນສູງຂອງພັກ, ລັດ ແລະ ກຳລັງປະກອບອາວຸດໃຫ້ເປັນຢ່າງດີກວ່າ

ວິທະຍາຄານປ້ອງກັນຊາດຈັດພິທີເປີດສົກຮຽນໃໝ່ 2020 – 2021 - ảnh 1 ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ກ່າວຄຳເຫັນທີ່ພິທີ

(ພາບ: qdnd.vn)

ຕອນເຊົ້າວັນທີ 22 ກັນຍາ, ຢູ່ຮ່າໂນ້ຍ, ວິທະຍາຄານປ້ອງກັນຊາດ (ກະຊວງປ້ອງກັນປະເທດຫວຽດນາມ) ໄດ້ຈັດພິທີເປີດສົກຮຽນໃໝ່ 2020 – 2021. ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ເນັ້ນໜັກວ່າ: ບັນດາຜົນງານໃນການຝຶກຊ້ອມ-ບຳລຸງສ້າງ, ຄົ້ນຄວ້າວິທະຍາສາດ, ຮ່ວມມືກັບສາກົນຂອງວິທະຍາຄານປ້ອງກັນຊາດ ໄດ້ປະກອບສ່ວນຍົກສູງສະຕິຄວາມຮັບຮູ້, ກຳລັງຊີ້ນຳ, ນຳພາ, ບໍລິຫານ, ຈັດຕັ້ງປະຕິບັດໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ປະກອບສ່ວນສ້າງກອງທັບປະຊາຊົນຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ. ໃນໄລຍະຈະມາເຖິງ, ວິທະຍາຄານປ້ອງກັນຊາດ ຄວນປະຕິບັດໜ້າທີ່ສຶກສາ, ບຳລຸງສ້າງໃຫ້ຖັນແຖວພະນັກງານຂັ້ນສູງຂອງພັກ, ລັດ ແລະ ກຳລັງປະກອບອາວຸດໃຫ້ເປັນຢ່າງດີກວ່າ, ເປັນເຈົ້າການຄົ້ນຄວ້າ, ສະເໜີຕໍ່ພັກ, ລັດບັນດາບັນຫາກ່ຽວກັບຍຸດທະສາດດ້ານການທະຫານ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງໃນສະພາບການໃໝ່.

ຕອບກັບ