ວົງ​ການ​ເຈົ້າ​ໜ້າ​ທີ່ NATO ປຶກ​ສາ​ຫາ​ລື​​ກ່ຽວ​ກັບສະ​ພາບ​ການ​ ຢູ​ແກຼນ

Chia sẻ

(VOVWORLD) -ວັນທີ 21 ທັນວາ, ທ່ານ Ben Wallace ລັດຖະມົນຕີກະຊວງປ້ອງກັນປະເທດ ອັງກິດ ໄດ້ມີການປຶກສາຫາລືກັບທ່ານເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (NATO) ກ່ຽວກັບສະພາບການຢູ່ໃກ້ກັບເຂດຊາຍແດນຂອງຢູແກຼນ.



ວົງ​ການ​ເຈົ້າ​ໜ້າ​ທີ່ NATO ປຶກ​ສາ​ຫາ​ລື​​ກ່ຽວ​ກັບສະ​ພາບ​ການ​ ຢູ​ແກຼນ - ảnh 1ທ່ານ Ben Wallace ລັດຖະມົນຕີກະຊວງປ້ອງກັນປະເທດ ອັງກິດ ແລະ ທ່ານ Jens Stoltenberg ເລຂາທິການໃຫຍ່ NATO (ພາບ:AP)

ແຈ້ງການຂອງກະຊວງປ້ອງກັນປະເທດອັງກິດໄດ້ຊີ້ແຈ້ງວ່າ: ສອງຝ່າຍຈະສືບຕໍ່ຕິດຕາມບັນດາການຜັນແປຢູ່ເຂດຊາຍແດນຢູແກຼນ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 22 ທັນວາ, ສະຖານທູດ ລັດເຊຍປະຈຳອາເມລິກາ ໄດ້ຮຽກຮ້ອງຝຫ້ວໍຊິງຕັນ ບໍ່ຄວນຖິ້ມໂທດໃຫ້ມົດສະກູ ກ່ຽວກັບສະພາບປີນຂັ້ນໄດຢູ່ຢູແກຼນ.

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 21 ທັນວາ, ທ່ານໂຄສົກກະຊວງການຕ່າງປະເທດ ອາເມລິກາ Ned Price ຖືວ່າ ລັດເຊຍ ຕ້ອງຮັບຜິດຊອບຕໍ່ຄວາມເຄັ່ງຕຶງປີນຂັ້ນໄດຢູ່ຢູແກຼນ, ບໍ່ແມ່ນ ກີແອດ ຫຼື ວໍຊິງຕັນ, ກົງກັນຂ້າມກັບການຖະແຫຼງຂ່າວຂອງມົດສະກູກ່ຽວກັບບັນຫານີ້.

ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ມີການໂອ້ລົມທາງໂທລະສັບກັບຄູ່ຮ່ວມຕຳແໜ່ງຝລັ່ງ ທ່ານ Emanuel Macron ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ເນື້ອໃນຈຸດສຸມຂອງການປຶກສາຫາລືແມ່ນ ກ່ຽວກັບບັນຫາຄວາມໝັ້ນຄົງຢູ່ເອີລົບ ແລະ ສະພາບການຢູ່ຢູແກຼນ.

ຕອບກັບ