ວົງການນັກຊ່ຽວຊານອິນໂດເນເຊຍຖືວ່າ:ອາຊຽນຄວນປຶກສາຫາລືບັນຫາທະເລຕາເວັນອອກຢູ່ບັນດາເວທີປາໄສ

Chia sẻ
(VOVWORLD) -ຫວ່າງແລ້ວນີ້ ຈີນ ສົ່ງກຳປັ່ນສຳຫລວດ ໄຮ້ຢາງ 8 ເຂົ້າໄປບ໋າຍຕືຈີງ ນອນໃນເຂດເສດຖະກິດຈຳເພາະ ຂອງຫວຽດນາມ ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກເຄັ່ງຕຶງຂື້ນ. 

ທ່ານ  Beni Sukadis ນັກຊ່ຽວຊານ, ຜູ້ປະສານງານຂອງສະຖາບັນຄົ້ນຄ້ວາດ້ານປ້ອງກັນຊາດ ແລະ ຍຸດທະສາດ ອິນໂດເນເຊຍ  ຖືວ່າ: ບໍ່ວ່າປະເທດໃດ ເມື່ອໄດ້ຮັບຮອງເອົາສົນທິສັນຍາ ສປຊກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລ້ວກໍ່ລ້ວນແຕ່ຕ້ອງປະຕິບັດຕາມ. ທ່ານຢືນຢັນວ່າ: ການກະທຳຂອງຈີນ ແມ່ນລະເມີດກົດໝາຍສາກົນຢ່າງຈະແຈ້ງ ແລະ ຕ້ອງຄັດຄ້ານ.

ນັກຊ່ຽວຊານ Beni Sukadis ຖືວ່າ: ອາຊຽນ ຄວນນຳບັນຫາທະເລຕາເວັນອອກ ມາປຶກສາຫາລືຢູ່ ບັນດາເວທີປາໄສ.

ໃນຂະນະນັ້ນ ທ່ານນາງ Dinna Wisnu ຮອງສາດສະດາຈານ, ປອ ດ້ານການພົວພັນກັບສາກົນ ແລະ ເສດຖະກິດ ການເມືອງ ສັງກັດ ມະຫາວິທະຍາໄລ Bina Nusantara ແລະ ມະຫາວິທະຍາໄລແຫ່ງຊາດ ອິນໂດເນເຊຍ ຖືວ່າ: ສິ່ງທີ່ຈີນ ພວມປະຕິບັດຢູ່ທະເລຕາເວັນອອກ ແມ່ນ “ບໍ່ອາດຮັບຮູ້ໄດ້” ເຮັດໃຫ້ບັນດາປະເທດໃນພາກພື້ນມີຄວາມວິຕົກກັງວົນ. ບັນດາປະເທດໃນພາກພື້ນ ຄວນມີການກະທຳ ສຳລັບຈີນຢ່າງແຮງກວ່າ.

ຕອບກັບ