​ລາຍ​ການ​ລະ​ດູ​ບານ​ໃໝ່​​ແຫ່ງບ້ານ​ເກີດ​ເມືອງນອນ ຢູ່​ລາວ

Chia sẻ
(VOVWORLD) - ວັນທີ 1 ກຸມພາ, ສະຖານກົງສູນໃຫ່ຍ ຫວຽດນາມ ປະຈຳນະຄອນ ປາກເຊ, ແຂວງຈຳປາສັກ, ໄດ້ຈັດລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນ.
​ລາຍ​ການ​ລະ​ດູ​ບານ​ໃໝ່​​ແຫ່ງບ້ານ​ເກີດ​ເມືອງນອນ ຢູ່​ລາວ - ảnh 1ລາຍການສະແດງສິລະປະ (ພາບ:  TTXVN )

ລາຍການມີການເຂົ້າຮ່ວມຂອງຜູ້ຕາງໜ້າການນຳອຳນາດການປົກຄອງແຂວງ ແລະ ບັນດາພະແນກ, ຂະແໜງການຂອງ 4 ແຂວງພາກໃຕ້ລາວ; ຕາງໜ້າສະຖານກົງສູນໃຫ່ຍ ກຳປູເຈຍ ປະຈຳ ປາກເຊ; ຕາງໜ້າສະມາຄົມຄົນ ຫວຽດນາມ ແລະ ວິສາຫະກິດ ຫວຽດນາມ ຢູ່ 4 ແຂວງພາກໃຕ້ລາວ ພ້ອມດ້ວຍປະຊາຄົມຊາວ ຫວຽດນາມ ປະຈຳຖິ່ນເຂົ້າຮ່ວມຢ່າງໜາແໜ້ນ.

ໃນບັນຍາກາດອັນອົບອຸ່ນ, ມ່ວນຊື່ນຕ້ອນຮັບລະດູບານໃໝ່ ປີມະໂລງ 2024, ບັນດາຜູ້ແທນໄດ້ຮ່ວມກັນຮັບປະທານບັນດາເຢືອງອາຫານ ທີ່ເປັນເອກະລັກ, ສີສັນສະເພາະຂອງຊົນຊາດ ຫວຽດນາມ ແລະ ຮັບຊົມບັນດາລາຍການສິລະປະທີ່ດີເດັ່ນພິເສດ ໂດຍບັນດາສຳນັກງານ, ອົງການຈັດຕັ້ງ, ວິສາຫະກິດ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳທ້ອງຖິ່ນສະແດງ.

ລາຍການດັ່ງກ່າວ ແມ່ນເພື່ອປົກປັກຮັກສາບັນດາເອກກະລັກ, ສີສັນສະເພາະທາງດ້ານວັດທະນະທຳ, ມູນເຊື້ອຂອງຊົນຊາດ ຫວຽດນາມ, ຈາກນັ້ນ, ໄດ້ສ້າງຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນຊຸນຊົນຊາວ ຫວຽດນາມ ແລະ ວິສາຫະກິດ ຫວຽດນາມ ຢູ່ 4 ແຂວງພາກໃຕ້ລາວ.

ຕອບກັບ