ລາຍການລະດູບານໃໝ່ແຫ່ງຄວາມອົບອຸ່ນຢູ່ເຂດຊາຍແດນ

Chia sẻ
(VOVWORLD) - ລາຍການພົບປະແລກປ່ຽນ “ລະດູບານໃໝ່ແຫ່ງຄວາມອົບອຸ່ນຢູ່ເຂດຊາຍແດນ” ໂດຍກອງບັນຊາການທະຫານປ້ອງກັນຊາຍແດນ ແລະ ແຂວງ ຮ່າຢາງ ສົມທົບກັນຈັດຕັ້ງໃນຕອນຄ່ຳວັນທີ 27 ມັງກອນ.
ລາຍການລະດູບານໃໝ່ແຫ່ງຄວາມອົບອຸ່ນຢູ່ເຂດຊາຍແດນ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຢັ້ງຢືນວ່າ: ເລື່ອງເບິ່ງແຍງດູແລ, ໜູນຊ່ວຍໃຫ້ຄົນທຸກຍາກ ເພື່ອ “ບໍ່ມີຜູ້ໃດ ຖືກປະໄວ້ຢູ່ທາງຫລັງ” ຍາມໃດກໍ່ແມ່ນໜຶ່ງໃນບັນດາແຜນນະໂຍບາຍໃຫຍ່ຂອງພັກ, ລັດ ໃນຕະຫລອດວິວັດການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ທ່ານນາງປະທານສະພາແຫ່ງຊາດ ເນັ້ນວ່າ:

ຫລາຍປີຜ່ານມາ, ລາຍການ ລະດູບານໃໝ່ແຫ່ງຄວາມອົບອຸ່ນຢູ່ເຂດຊາຍແດນ ຂອງທະຫານປ້ອງກັນຊາຍແດນ ໄດ້ນຳມາເຊິ່ງຄວາມເບີກບານມ່ວນຊື່ນເມື່ອບຸນປີໃໝ່ວຽນມາ ໃຫ້ພໍ່ແມ່ປະຊາຊົນເຂດຊາຍແດນຢູ່ 44 ແຂວງ, ນະຄອນຊາຍແດນໃນທົ່ວປະເທດ. ຂ້າພະເຈົ້າຕີລາຄາສູງບັນດາການເຄື່ອນໄຫວທີ່ມີລັກສະນະສັງລວມ, ວັດທະນະທຳມະນຸດ ດ້ວຍເນື້ອໃນຫລາຍຢ່າງ, ວິທີການອຸດົມສົມບູນ. ວຽກງານຂອງທະຫານຊາຍແດນໄດ້ປະກອບສ່ວນເບິ່ງແຍງດູແລ, ກໍ່ສ້າງລະບົບການເມືອງຂັ້ນຮາກຖານ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈໃຫ້ປະຊາຊົນ, ເພີ່ມທະວີການສຶກສາ, ໂຄສະນາໃຫ້ທະຫານ ແລະ ລຸ້ນໜຸ່ມຢູ່ບັນດາທ້ອງຖິ່ນ.

ຕອບກັບ