ລາຍການພົບປະແລກປ່ຽນລະດູບານ ໃໝ່ມຸ້ງໄປສູ່ເຂດພູສູງ ຮ່າຢາງ

Chia sẻ
​ມີ​ວິ​ສາ​ຫະກິດກວ່າ 300 ຫົວໜ່ວຍ, ສ່ວນ​ບຸກຄົນພາຍ​ໃນ ​ແລະ ຕ່າງປະ​ເທດ​ສະໜັບ​ສະ​ໜູນ​ກອງ​ທຶນ​ດ້ວຍ​ຈຳນວນ​ເງິນ​ກວ່າ 125 ຕື້ດົງໃຫ້​ປະຊາຊົນ​ແຂວງ ຮ່າ​ຢາງ
ລາຍການພົບປະແລກປ່ຽນລະດູບານ ໃໝ່ມຸ້ງໄປສູ່ເຂດພູສູງ ຮ່າຢາງ - ảnh 1
ລາຍການ “ ລະດູບານ​ໃໝ່​ມຸ້ງ​ໄປ​ສູ່​ເຂດພູສູງ ຮ່າ​ຢາງ
( ພາບ: baodientu.chinhphu.vn )


( vovworld ) - ຕອນ​ຄໍ່າ​ວັນ​ທີ 2/3 ຢູ່​ນະຄອນ​​ໂຮ່ຈິ​ມິນ ​ໄດ້ຈັດ​ລາຍການ​ໂທລະພາບຖ່າຍ​ທອດ​ສົດ​​ທີ່​ມີ​ຫົວ​ຂໍ້ “ ລະດູບານ​ໃໝ່​ມຸ້ງ​ໄປ​ສູ່​ເຂດພູສູງ ຮ່າ​ຢາງ ”, ທີ່​ການ​ພົບ​ປະ​ແລ​ກປ່ຽນ ຄະນະ​ຈັດ​ຕັ້ງລາຍການ “ ລະດູບານ​ໃໝ່​ມຸ້ງ​ໄປ​ສູ່​ເຂດພູສູງ ຮ່າ​ຢາງ ” ​ໄດ້​​ຍ້ອງຍໍຜູ້​ທີ່​ດີ​ເດັ່ນ​ໃນ​ບັນດາ​ຂົງ​ເຂດຄື; ປ້ອງ​ກັນຊາ​ຍ​ແດນ, ການ​ສຶກສາ, ສັງຄົມ, ຊົນ​ເຜົ່າ​ແຂວງ ຮ່າຢາງ. ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ​ມີ​ວິ​ສາ​ຫະກິດກວ່າ 300 ຫົວໜ່ວຍ, ສ່ວນ​ບຸກຄົນພາຍ​ໃນ ​ແລະ ຕ່າງປະ​ເທດ​ສະໜັບ​ສະ​ໜູນ​ກອງ​ທຶນ​ດ້ວຍ​ຈຳນວນ​ເງິນ​ກວ່າ 125 ຕື້ດົງ, ​ປະກອບ​ສ່ວນ​ຊ່ວຍ​ໃຫ້​ປະຊາຊົນ​ແຂວງ ຮ່າ​ຢາງ ​ຫຼຸດ​ຜົ້ນອອກຈາກ​ຄວາມທຸກ​ຍາກ, ຮັບປະກັນ​ຊີວິດ​ການ​ເປັນ​ຢູ່, ປົກ​ປັກຮັກສາອະທິປະ​ໄຕ​ເສັ້ນ​ຊາຍ​ແດນ​ຂອງ​ປະ​ເທດ​ຊາດ. ຢູ່​ທີ່​ລາຍການ, ທ່ານ ​​ແສ່ນ ຈິນ ລີ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ຢາງ ​ໄດ້​ເວົ້າວ່າ.

“ ຮ່າ​ຢາງ​ ແມ່ນ​ແຂວງທີ່​ມີຄວາ​ມຫຍຸ້ງຍາກ​ເປັນ​ພິ​ເສດ​ຂອງ​ປະ​ເທດ​ຊາດ. ອາດ​ເວົ້າ​ໄດ້​ວ່າ ​ປະຊາຊົນຊົນ​ເຜົ່າ​ແຂວງ ຮ່າ​ຢາງ​ ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ຫວັງ​ວ່າຜ່ານ​ລາຍການ​ນີ້​ ຈະ​ສ້າງ​ກອງ​ທຶນ​ເພື່ອ​ກໍ່ສ້າງບັນດາ​ກິດຈະກຳ​ທີ່​ຊ່ວຍ​ໃຫ​້ປະຊາຊົນຢູ່​ໃກ້​ສິດ​ຕິດ​ພັນ​ກັບຊາຍ​ແດນ ປົກ​ປັກ​ຮັກສາຄວາ​ມສະຫງົບ​ປອດ​ໄພ​ຢູ່​​ເຂດ​ຊາຍ​ແດນ​ທາງທິດ​ເໜືອ​ສຸດ​ຂອງ​ປະ​ເທດ​ຊາດ.”