ລາຍການປະສານສຽງ ສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຊູແອັດ

Chia sẻ
(VOVWORLD) -  ກ່ອນນີ້ປະມານ 50 ປີ, ຊູແອັດ ເປັນປະເທດຕາເວັນຕົກທໍາອິດທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ

        ຕອນຄໍ່່າວັນທີ 2 ກຸມພາ, ທີ່ນະຄອນ ໂຮ່ຈີມິນ, ປະເທດຫວຽດນາມ ໄດ້ດໍາເນີນລາຍການປະສານສຽງ ສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຊູແອັດ. ລາຍການປະສານສຽງ ໂດຍ ກອງດົນຕີປະສານສຽງ chamber music Gustav Sjokvist ທີ່ໂດງດັ່ງຂອງ ຊູແອັດ ພ້ອມດ້ວຍບັນດານັກສິລະປິນຫວຽດນາມ ສະແດງ. ລາຍການດັ່ງກ່າວລວມມີບັນດາຜົນງານດົນຕີຂອງບັນດານັກດົນຕີ ຍຸກປະຈຸບັນ ແລະ classical ຂອງ ຊູແອັດ.

ລາຍການປະສານສຽງ ສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຊູແອັດ - ảnh 1 ກອງດົນຕີປະສານສຽງ chamber music Gustav Sjokvist ທີ່ໂດງດັ່ງຂອງ ຊູແອັດ (ພາບ:TTXVN) 

        ກ່ອນນີ້ປະມານ 50 ປີ, ຊູແອັດ ເປັນປະເທດຕາເວັນຕົກທໍາອິດທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ, ເປີດສາກໃຫ້ແກ່ການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດໃນຫຼາຍຂົງເຂດຄື ການສຶກສາ, ການທ່ອງທ່ຽວ, ການຊ່ວຍໜູນພັດທະນາ. ລາຍການສະແດງດົນຕີປະສານສຽງຄັ້ງນີ້ ບໍ່ພຽງແຕ່ສະແດງໃຫ້ເຫັນການພົວພັນຮ່ວມມືທາງດ້ານວັດທະນະທໍາລະຫວ່າງສອງປະເທດເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອນໍາການພົວພັນຂອງລະຫວ່າງປະເທດນັບມື້ນັບພັດທະນາອີກດ້ວຍ.

ຕອບກັບ