ລາງວັນອຸທິດສ່ວນ 2024: ເຊີດຊູບັນດາແບບຢ່າງສົ່ງແຮງບັນດານໃຈ, ປະກອບສ່ວນພົ້ນເດັ່ນ

Chia sẻ
(VOVWORLD) - ຕາມນັ້ນແລ້ວ, ລາງວັນ “ຜົນງານກິລາຂອງປີ” ໄດ້ມອບໃຫ້ທິມບານສົ່ງຍິງ ຫວຽດນາມ ດ້ວຍຜົນງານເປັນຄັ້ງທຳອິດໃນປະຫວັດສາດທີ່ໄດ້ລອດເຂົ້າ Top 4 ອາຊີ.
ລາງວັນອຸທິດສ່ວນ 2024: ເຊີດຊູບັນດາແບບຢ່າງສົ່ງແຮງບັນດານໃຈ, ປະກອບສ່ວນພົ້ນເດັ່ນ - ảnh 1ການສະແດງສິລະປະທີ່ລາຍການ
(ພາບ: vov)

ພິທີມອບລາງວັນອຸທິດສ່ວນຄັ້ງທີ 18, ປີ 2024 ໂດຍໜັງສືພິມ ກິລາ ແລະ ວັດທະນະທຳ (ສຳນັກຂ່າວສານ ຫວຽດນາມ) ຈັດຂຶ້ນໃນຕອນຄ່ຳວັນທີ 27 ມີນາ, ຢູ່ຮ່າໂນ້ຍ. ລາຍການແມ່ນເພື່ອແນໃສ່ເຊີດຊູບັນດານັກປະພັນ, ຜົນງານ, ລາຍການພົ້ນເດັ່ນຂອງພື້ນຖານດົນຕີມະຫາຊົນໃນປີຜ່ານມາ. ນີ້ກໍ່ແມ່ນໂອກາດເຕົ້າໂຮມບັນດາແບບຢ່າງນັກກິລາ, ຄູຝຶກດີເດັ່ນທີ່ສຸດທີ່ໄດ້ ແລະ ພວມສ້າງຊື່ສຽງໃຫ້ພື້ນຖານກິລາ ຫວຽດນາມ ດ້ວຍບັນດາຜົນງານເພື່ອບືນຕົວຂຶ້ນກັບໂລກ, ທະວີບ.

        ຕາມນັ້ນແລ້ວ, ລາງວັນ “ຜົນງານກິລາຂອງປີ” ໄດ້ມອບໃຫ້ທິມບານສົ່ງຍິງ ຫວຽດນາມ ດ້ວຍຜົນງານເປັນຄັ້ງທຳອິດໃນປະຫວັດສາດທີ່ໄດ້ລອດເຂົ້າ Top 4 ອາຊີ. ນັກກິລາ ເຈິ່ນທິງອັກອຽນ ຍາດໄດ້ລາງວັນ “ແບບຢ່າງໜຸ່ມດ້ານກິລາຂອງປີ”. ເຖິງວ່າ, ອາຍຸພຽງ 19 ປີເທົ່ານັ້ນ, ແຕ່ ນັກກິລາ ເຈິ່ນທິງອັກອຽນ ພ້ອມກັບບັນດາເພື່ອນຮ່ວມທິມກໍ່ ໄດ້ມັດນັດການແຂ່ງຂັນທີ່ບັນລຸຜົນສຳເລັດ, ຍາດໄດ້ຫຼຽນຄຳ ທີ່ງານມະຫາກຳກິລາ ອາຊີ (ASIAD 19) ໃຫ້ແກ່ກິລາກະຕໍ້ ຫວຽດນາມ…

ຕອບກັບ