(ພາບປະກອບ: AFP) (vovworld) - ກຸ່ມບໍລິສັດສົ່ງອອກອາຍແກສ Gazprom ຂອງລັດເຊຍ ໃຫ້ຮູ້ວ່າ, ລັດເຊຍ ໄດ້ຮັບເງິນຊື້ອາຍແກສ 15 ລ້ານ USD ຈາກບໍລິສັດພະລັງງານແຫ່ງຊາດ Naftogaz ຂອງຢູແກຼນ. ກ່ອນໜ້ານັ້ນ, Gazprom ໄດ້ຂົ່ມຂູ່ຈະຢຸດຕິການສະໜອງອາຍແກສ ໃຫ້ Kiev ໃນວັນທີ 6/3, ຖ້າບໍ່ໄດ້ຮັບເງິນກ່ອນ. ຕາມ Gazprom ແລ້ວ, ບ້ວງເງິນດັ່ງກ່າວສາມາດຊື້ອາຍແກສໄດ້ 45 ລ້ານແມັດກ້ອນ, ເທົ່າກັບຈຳນວນອາຍແກສເຊິ່ງລັດເຊຍສະຫງວນໃຫ້ ຢູແກຼນ ໃນ 5 ວັນ. ຖ້າໄລ່ຕາມປະລິມານຂົນສົ່ງໃນປະຈຸບັນ. ລັດເຊຍ ແລະ ຢູແກຼນ ໄດ້ເຫັນດີດຳເນີນການເຈລະຈາຄັ້ງໃໝ່ກ່ຽວກັບອາຍແກສ, ກ່ອນທີ່ຂໍ້ຕົກລົງໃນປະຈຸບັນສິ້ນສຸດໃນທ້າຍເດືອນ 3 ນີ້. Từ khóa: vovworld vov Gazprom
ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢ້ຽມຢາມທາງລັດຖະກິດ ກຸຍບາ ຢ່າງເປັນທາງການ ແລະ ດຳເນີນການພົບປະເຈລະຈາຂັ້ນສູງ
ການເລືອກຕັ້ງຢູ່ ອາເມລິກາ 2024: ທ່ານນາງ K. Harris ພວມມີທ່າໄດ້ປຽບຕໍ່ທ່ານ D.Trump ຢູ່ລັດທີ່ລົງຫາສຽງເລືອກຕັ້ງ Michigan ແລະ Pennsylvania