ລັດ​ເຊຍ ເຊື່ອມ​ຕໍ່ບັນ​ດາ​ຖ້ຽວ​ບິນ​ໄປ​ຍັງ ຫວຽດ​ນາມ, ແຟງ​ລັງ, ອິນ​ເດຍ ແລະ ກາ​ຕາ ຄືນ​ໃໝ່

Chia sẻ
(VOVWORLD) - ສຳນັກຂ່າວສານ Tass ຂອງ ລັດເຊຍ ໄດ້ໃຫ້ຂ່າວວ່າ, ລັດເຊຍ ຈະເຊື່ອມຕໍ່ບັນດາຖ້ຽວບິນໄປຍັງ ຫວຽດນາມ, ອິນເດຍ, ແຟງລັງ ແລະ ກາຕາ ຄືນໃໝ່ ນັບແຕ່ວັນທີ 27 ມັງກອນ ຈະມາເຖິງເປັນຕົ້ນໄປ, ດ້ວຍຈຳນວນ 2 ຫາ 3 ຖ້ຽວຕໍ່ ອາທິດ.
ລັດ​ເຊຍ ເຊື່ອມ​ຕໍ່ບັນ​ດາ​ຖ້ຽວ​ບິນ​ໄປ​ຍັງ ຫວຽດ​ນາມ, ແຟງ​ລັງ, ອິນ​ເດຍ ແລະ ກາ​ຕາ ຄືນ​ໃໝ່ - ảnh 1(ພາບປະກອບ: REUTERS/TTXVN)

ແຈ້ງການດັ່ງກ່າວ ໂດຍສູນຕ້ານວິກິດການ ໂຄວິດ - 19 ຂອງ ລັດເຊຍ ໄດ້ຊີ້ແຈ້ງວ່າ: ພາຍຫຼັງທີ່ປຶກສາຫາລື ແລະ ພິຈາລະນາສະພາບການໂລກລະບາດຢູ່ບາງປະເທດ, ສູນຕ້ານວິກິດການໂຄວິດ - 19 ໄດ້ຕົກລົງເຊື່ອມຕໍ່ຖ້ຽວບິນສາກົນ ກັບບັນດາປະເທດ ຫວຽດນາມ, ອິນເດຍ, ແຟງລັງ ແລະ ກາຕາ ຄືນໃໝ່, ໂດຍເລີ່ມແຕ່ວັນທີ 27 ມັງກອນ ຈະມາເຖິງ ເປັນຕົ້ນໄປ. ລະອຽດແມ່ນ ຖ້ຽວບິນ ມົດສະກູ - ຮ່າໂນ້ຍ, ມົດສະກູ - ນິວ ເດລີ, ມົດສະກູ - Helsinki  ແລະ St. Petersburg ແມ່ນໄດ້ປະຕິບັດ 2 ຖ້ຽວຕໍ່ ອາທິດ; ສ່ວນຖ້ຽວບິນ ແຕ່ ມົດສະກູ ໄປ ໂດຮາ ໄດ້ປະຕິບັດ 3 ຖ້ຽວຕໍ່ ອາທິດ. 

ລັດເຊຍ ໄດ້ຢຸດເຄື່ອນໄຫວຂອງບັນດາຖ້ຽວບິນສາກົນ ນັບແຕ່ຊຸມອາທິດທຳອິດທີ່ເກີດໂລກລະບາດໂຄວິດ - 19 .

ຕອບກັບ