ລັດເຊຍ ສະເໜີຈັດການເຈລະຈາສັນຕິພາບລະຫວ່າງ ອາເມເນຍ ແລະ ອາເຊັກໄບຢານ ຢູ່ມົດສະກູ

Chia sẻ
(VOVWORLD) - ຖະແຫຼງການດັ່ງກ່າວໂດຍປະທານາທິບໍດີ ລັດເຊຍ Vladimir Putin ຍົກອອກມາໃນວັນທີ 03 ຕຸລາ
ລັດເຊຍ ສະເໜີຈັດການເຈລະຈາສັນຕິພາບລະຫວ່າງ ອາເມເນຍ ແລະ ອາເຊັກໄບຢານ ຢູ່ມົດສະກູ - ảnh 1ຜູ້ໄປອົບພະຍົບ
(ພາບ: AFP/TTXVN)

ລັດເຊຍ ພ້ອມແລ້ວທີ່ຈະຈັດການເຈລະຈາສັນຕິພາບລະຫວ່າງ ອາເມເນຍ ແລະ ອາເຊັກໄບຢານ ຢູ່ນະຄອນຫຼວງ ມົດສະກູ, ກໍ່ຄືຊ່ວຍໃຫ້ 2 ຝ່າຍລົງນາມໃນສັນຍາສັນຕິພາບ. ຖະແຫຼງການດັ່ງກ່າວໂດຍປະທານາທິບໍດີ ລັດເຊຍ Vladimir Putin ຍົກອອກມາໃນວັນທີ 13 ຕຸລາ, ໃນກອງປະຊຸມຂອງສະພາປະມຸກລັດປະຊາຄົມບັນດາປະເທດເອກະລາດຢູ່ນະຄອນຫຼວງ Bishkek ຂອງ Kyrgyzstan. ທ່ານ Putin ໃຫ້ຮູ້ວ່າ, ກອງປະຊຸມໄດ້ປຶກສາຫາລືເລື່ອງຮຽບຮຽງຮ່າງສັນຍາສັນຕິພາບ ລະຫວ່າງ ອາເມເນຍ ແລະ ອາເຊັກໄບຢານ ເພື່ອຢຸດຕິການປະທະກັນ ແລະ ລັດເຊຍ ພ້ອມແລ້ວທີ່ຈະໜູນຊ່ວຍບັນດາປະເທດຄູ່ຮ່ວມມືໃນທຸກດ້ານຂອງວິວັດການນີ້. ນອກນັ້ນ, ມົດສະກູ ກໍ່ຈະໜູນຊ່ວຍເພື່ອບັນລຸຂໍ້ຕົກລົງສັນຕິພາບເພື່ອໃຫ້ 2 ຝ່າຍລົງນາມ, ກໍຄືພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂໃຫ້ແກ່ວຽກງານນີ້

ຕອບກັບ