ລັ​ດ​ເຊຍ ພັດທະນາ​​ວັກ​ຊີ​ນກັນ​​ເຊື້ອ​ໂຄ​ວິດ - 19 ​ໂດຍ​ບໍ່​ຕ້ອງ​ສັກ​

Chia sẻ
(VOVWORLD) -ລັດເຊຍ ພວມພັດທະນາວັກຊີນ 9 ຊະນິດທີ່ແຕກຕ່າງກັນ ທີ່ມີຄວາມອາດສາມາດປ້ອງກັນຮ່າງກາຍຂອງຄົນເຮົາປາສະຈາການຕິດເຊື້ອໄວຣັດ SARS – CoV – 2.
ລັ​ດ​ເຊຍ ພັດທະນາ​​ວັກ​ຊີ​ນກັນ​​ເຊື້ອ​ໂຄ​ວິດ - 19 ​ໂດຍ​ບໍ່​ຕ້ອງ​ສັກ​ - ảnh 1ລັດເຊຍ ພັດທະນາວັກຊີນກັນເຊື້ອໂຄວິດ - 19 ໂດຍບໍ່ຕ້ອງສັກ (ພາບ: Tass)

        ບັນດານັກວິທະຍາສາດ ຢູ່ສະຖາບັນແພດສາດທົດລອງ ຢູ່ນະຄອນ St. Petersburg, ປະເທດລັດເຊຍ ພວມພັດທະນາວັກຊີນຊະນິດໜຶ່ງເພື່ອກັນເຊື້ອໄວຣັດ SARS – CoV – 2 ທີ່ສາມາດນໍາເຂົ້າຮ່່າງກາຍ ດ້ວຍການສີດອາຍເຂົ້າທາງປາກ ຫຼື ການຢອດນໍ້າຢາ. ໄລ່ມາຮອດປັດຈຸບັນ, ບັນດາການທົດລອງວັກຊີນຊະນິດໃນເບື້ອງຕົ້ນນີ້ ພວມໄດ້ຮັບການດໍາເນີນ.

        ປັດຈຸບັນ, ລັດເຊຍ ພວມພັດທະນາວັກຊີນ 9 ຊະນິດທີ່ແຕກຕ່າງກັນ ທີ່ມີຄວາມອາດສາມາດປ້ອງກັນຮ່າງກາຍຂອງຄົນເຮົາປາສະຈາການຕິດເຊື້ອໄວຣັດ SARS – CoV – 2.

        ກ່ອນໜ້ານັ້ນ, ບັນດານັກວິທະຍາສາດຂອງສູນຄົ້ນຄວ້າແຫ່ງຊາດກ່ຽວກັບ ໄວຣັດ ແລະ ເຕັກໂນໂລຢີຊີວະສາດ “Vector” ກໍໄດ້ພັດທະນາວັກຊີນປ້ອງກັນການຕິດ ໂຄວິດ - 19 ຊະນິດໜຶ່ງເຊິ່ງສາມາດນໍາເຂົ້າຮ່າງກາຍ ດ້ວຍການຢອດໃສ່ທາງດັງ ແລະ ວັກຊີນຊະນິດນີ້ ໄດ້ດໍາເນີນການທົດລອງໃນເບື້ອງຕົ້ນຢ່າງສໍາເລັດຜົນແລ້ວ.

ວັນເທື່ອງ - ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ລັດເຊຍ


ຕອບກັບ