ລັດ​ຖະ​ສະ​ພາ​ເອີ​ຣົບ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ AI

Chia sẻ
(VOVWORLD) -  ວັນທີ 13 ມີນາ, ລັດຖະສະພາເອີຣົບ (EP) ໄດ້ໃຫ້ສັດຕະຍາບັນກົດໝາຍສະບັບທຳອິດກ່ຽວກັບປັນຍາປະດິດ (AI), ລວມມີບັນດາລະບົບ AI ທີ່ເຂັ້ມແຂງຄື ChatGPT ຂອງ OpenAI. 
ລັດ​ຖະ​ສະ​ພາ​ເອີ​ຣົບ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ AI - ảnh 1(ພາບປະກອບ: Dado Ruvic/Reuters)

ທີ່ວາລະປະຊຸມຄົບຄະນະ ທີ່ດຳເນີນຢູ່ Strasbourg, ປະເທດ ຝລັ່ງ, ຮ່າງກົດໝາຍວ່າດ້ວຍ AI ໄດ້ຮັບການສະໜັບສະໜູນຈາກສະມາຊິກລັດຖະສະພາເອີຣົບ 523 ທ່ານ, ໃນຂະນະທີ່ມີສະມາຊິກລັດຖະສະພາ 46 ທ່ານໄດ້ປ່ອນບັດຄ້ານ. ຮ່າງກົດໝາຍສະບັບດັ່ງກ່າວ ຕ້ອງໄດ້ຮັບການຮັບຮອງເອົາຈາກອົງການນິຕິບັນຍັດຂອງ 27 ປະເທດສະມາຊິກສະຫະພາບເອີຣົບ (EU) ໃນເດືອນເມສາ ຈະມາເຖິງກ່ອນ ທີ່ຈະໄດ້ປະກາດໃນຈົດໝາຍເຫດທາງການຂອງ EU ໃນເດືອນພຶດສະພາ ຫຼື ເດືອນ ມິຖຸນາ ປີ 2024 ນີ້.

        ບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງບັນດາຮູບແບບ AI  ຄື ChatGPT ນັ້ນ ຈະມີຜົນບັງຄັບໃຊ້ 12 ເດືອນ ພາຍຫຼັງຮ່າງກົດໝາຍໄດ້ຮັບການປະກາດໃຊ້ຢ່າງເປັນທາງການ, ໃນຂະນະທີ່ບັນດາບໍລິສັດອື່ນຕ້ອງປະຕິບັດຂໍ້ກຳນົດສ່ວນຫຼາຍພາຍໃນ 2 ປີ. ເມື່ອຕົ້ນເດືອນກຸມພາຜ່ານມາ, ບັນດາປະເທດສະມາຊິກ EU ໄດ້ຮັບຮອງເອົາຮ່າງກົດໝາຍ AI  ສະບັບດັ່ງກ່າວ ພາຍຫຼັງການຕົກລົງເຫັນດີກ່ຽວກັບຂໍ້ຕົກລົງທາງການເມືອງ ໃນເດືອນທັນວາ 2023.


ຕອບກັບ