ທ່ານນາງລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ Ursula von der Leyen (ພາບ: AFP/TTXVN) |
ໃນວັນທີ 11 ກໍລະກົດ, ທ່ານໂຄສົກລັດຖະສະພາເອີລົບໃຫ້ຮູ້ວ່າ ອົງການນີ້ຈະປ່ອນບັດ ແຕ່ງຕັ້ງທ່ານນາງ Ursula von der Leyen ດຳລົງຕຳແໜ່ງເປັນປະທານຄະນະກຳມະການເອີລົບ ໃນວັນທີ 16 ກໍລະກົດ ຕາມແຜນການທີ່ໄດ້ວາງອອກ. ບັນດາຄວາມວິຕົກກັງວົນກ່ຽວກັບໂອກາດຂອງທ່ານນາງ von der Leyen ໄດ້ຮັບການສະໜັບສະໜູນຈາກລັດຖະສະພາເອີລົບ ພວມມີຂ່າວລືວ່າ ການປ່ອນບັດອາດຈະຖືກໂຈະໄວ້.
ຕອນຄ່ຳວັນທີ 2 ກໍລະກົດ, ການນຳ 28 ປະເທດ EU ໄດ້ເຫັນດີເປັນເອກະພາບກ່ຽວກັບບັນຊີລາຍຊື່ສະເໜີບັນດາຕຳແໜ່ງຫຼັກແຫຼ່ງຂອງ ອົງການໃຫ້ແກ່ອາຍຸການໃໝ່, ໃນນັ້ນທ່ານນາງ von der Leyen ຈະໄດ້ແນະນຳໃຫ້ດຳລົງຕຳແໜ່ງເປັນປະທານ EC.