ລັດຖະມົນຕີວ່າການກະຊວງຕຳຫລວດຫວຽດນາມຕ້ອນຮັບຄະນະ ຜູ້ແທນຂັ້ນສູງກະຊວງພາຍໃນມຽນມາ

Chia sẻ
(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 22/12, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫລວດ ຫວຽດນາມ ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ພາຍ​ໃນ ສາທາລະນະ​ລັດ​ສະຫະພາບ ມຽນມາ
ລັດຖະມົນຕີວ່າການກະຊວງຕຳຫລວດຫວຽດນາມຕ້ອນຮັບຄະນະ ຜູ້ແທນຂັ້ນສູງກະຊວງພາຍໃນມຽນມາ - ảnh 1
ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ ຕ້ອນຮັບ​
​ທ່ານພົນ​ຈັດຕະວາ Kyaw Kyaw Tun
(ພາບ: baomoi.com)

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 22/12, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫລວດ ຫວຽດນາມ ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ພາຍ​ໃນ ສາທາລະນະ​ລັດ​ສະຫະພາບ ມຽນມາ ​ໂດຍ​ທ່ານພົນ​ຈັດຕະວາ Kyaw Kyaw Tun, ລັດຖະມົນຕີ​ຊ່ວຍ​ວ່າການ ນ​ຳໜ້າ, ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ກະຊວງ​ຕຳຫລວດ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານ​ລັດຖະມົນຕີ​ ​ເຈີ່ນ​ດ້າຍ​ກວາງ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ເຊິ່ງ​ລັດຖະບານ ​ແລະ ປະຊາຊົນ ມຽນມາ ບັນລຸ​ໄດ້​ໃນວິວັດ​ການ​ປະຕິ​ຮູບ, ປອງ​ດອງ​ຊາດ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ພັດທະນາ​ປະ​ເທດ​ຊາດ. ສ່ວນ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພາຍ​ໃນ ສາທາລະນະ​ລັດ ສະຫະພາບ ມຽນມາ Kyaw Kyaw Tun ​ເຊື່ອ​ໝັ້ນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ຝ່າຍ​ຈະ​ບັນລຸ​ໄດ້​ໝາກຜົນ​ຫລາຍ​ກ່ວາ​ອີກ ​ໃນ​ບັນດາ​ຂົງ​ເຂດ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກ​ຳປະ​ເພດຕ່າງໆ; ສືບ​ຕໍ່​ຍູ້​ໄວ​ວິວັດທະນາ​ການ​ເຈລະຈາ ກ້າວ​ໄປ​ເຖິງ​ການ​ລົງ​ນາມ​​ໃນບັນດາ​ສັນຍາ, ຂໍ້​ຕົກລົງ, ​ເອກະສາ​ນນິຕິ​ກຳ ປະກອບສ່ວນຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ, ປົກ​ປັກ​ຮັກສາຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ປອດ​ໄພ​ທາງ​ສັງຄົມ​ຂອງ 2 ປະ​ເທດ.