ລັດຖະມົນຕີການຕ່າງປະເທດບັນດາປະເທດ G7 ອອກຖະແຫຼງການຮ່ວມກ່ຽວກັບຮົງກົງ

Chia sẻ
(VOVWORLD) -  ວັນທີ 17 ມິຖຸນາ, ລັດຖະມົນຕີການຕ່າງປະເທດບັນດາປະເທດ G7 ແລະ ຜູ້ຕາງໜ້າຂັ້ນສູງສະຫະພາບເອີຣົບ ໄດ້ອອກຖະແຫຼງການຮ່ວມສະແດງຄວາມວິຕົກກັງວົນຕໍ່ການຕັດສິນໃຈຂອງ ຈີນ ທີ່ຈັດວາງກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດຢູ່ ຮົງກົງ.
ລັດຖະມົນຕີການຕ່າງປະເທດບັນດາປະເທດ G7 ອອກຖະແຫຼງການຮ່ວມກ່ຽວກັບຮົງກົງ - ảnh 1 (ພາບປະກອບ/Reuters)

        ຖະແຫຼງການຮ່ວມໃຫ້ຮູ້ວ່າ: ການຕັດສິນໃຈຂອງ ຈີນ ບໍ່ເໝາະສົມກັບກົດໝາຍພື້ນຖານຂອງຮົງກົງ ແລະ ບັນດາຄຳໝັ້ນສັນຍາສາກົນຂອງ ຈີນ ຕາມບັນດາຫຼັກການຂອງຖະແຫຼງການຮ່ວມ ຈີນ - ອັງກິດ ທີ່ມີລັກສະນະຜູກມັດດ້ານນິຕິກຳ. ຖະແຫຼງການຮ່ວມຖືວ່າ: ກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດຂອງ ຈີນ ຈະກີດຂວາງຫຼັກການ “ປະເທດໜຶ່ງ, ສອງລະບອບ” ກໍ່ຄືສິດເປັນເຈົ້າຕົນເອງຂອງຮົງກົງ, ພ້ອມທັງ ສົ່ງຜົນສະທ້ອນຕໍ່ລະບົບ ເຊິ່ງໄດ້ຊ່ວຍໃຫ້ຮົງກົງ ມີຄວາມວັດທະນາຖາວອນ ແລະ ປະສົບຜົນສຳເລັດໃນຫລາຍປີຜ່ານມາ. ຖະແຫຼງການຮ່ວມກໍ່ຮຽກຮ້ອງໃຫ້ດຳເນີນການປຶກສາຫາລືເປີດກັບບັນດາຝ່າຍທີ່ກ່ຽວຂ້ອງ ແລະ ເຄົາລົບສິດໄດ້ຮັບການປົກຄອງ ແລະ ເສລີຢູ່ຮົງກົງ.

        ລັດຖະມົນຕີການຕ່າງປະເທດບັນດາປະເທດ G7 ແລະ ຜູ້ຕາງໜ້າຂັ້ນສູງສະຫະພາບເອີຣົບ ກໍ່ຮຽກຮ້ອງໃຫ້ລັດຖະບານ ຈີນ ຄວນຊັ່ງຊາການຕັດສິນໃຈຂອງຕົນຄືນໃໝ່.

ຕອບກັບ