ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ເຂົ້າຮ່ວມເວທີປາໄສທາງການແພດ Harvard 2012

Minh Hien, ນັກຂ່າວ VOV ປະຈຳອາເມລິກາ
Chia sẻ
ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ Nguyen Thi Kim Tien ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ບັນດາ​ການ​ນຳ​ສາທາລະນະ​ສຸກ​ຂັ້ນ​ລັດຖະມົນຕີ​ຂອງ Harvard ​ເຊິ່ງຈັດ​ຂຶ້ນ​ຢູ່​ໂຮງຮຽນ​ແພດ ສາທາລະນະ ລັດ Massachusetts ​ແຫ່ງ​ສາ​ຫະລັດ ອາ​ເມ​ລິ​ກາ
ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ເຂົ້າຮ່ວມເວທີປາໄສທາງການແພດ Harvard 2012 - ảnh 1
ທ່ານ​ນາ​ງລັດຖະມົນຕີ​ Nguyen Thi Kim Tien  ​ໄດ້​ຮັບ​ການ​ບົ່ງ​ຕົວ​​ແມ່ນໜຶ່ງ ​ໃນ​ບັນດາ​ການ​ນຳ​​ທາງການແພດ​ຂອງ Harvard ປີ 2012

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 3 – 6/6/2012, ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ Nguyen Thi Kim Tien ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ບັນດາ​ການ​ນຳ​ສາທາລະນະ​ສຸກ​ຂັ້ນ​ລັດຖະມົນຕີ​ຂອງ Harvard ​ເຊິ່ງຈັດ​ຂຶ້ນ​ຢູ່​ໂຮງຮຽນ​​ແພດສາດ ສາທາລະນະ ລັດ Massachusetts ​ແຫ່ງ​ສາ​ຫະລັດ ອາ​ເມ​ລິ​ກາ. ຈຸດໝາຍ​ຂອງ​ເວທີ​ປາ​ໄສ​ແມ່ນ​ເພື່ອ​ແນ​ໃສ່​ແລກປ່ຽນ​ບົດຮຽນ​​ໃນ​ການນຳພາ​ລະຫວ່າງ​ບັນດາ​ລັດຖະມົນຕີກະຊວງ​ສາທາລະນະ​ສຸກ​ໃນ​ໂລກ, ​ເພື່ອ​ແນ​ໃສ່​ເພີ່​ມທະວີ​ລະບົບ​ສາທາລະນະ​ສຸກ​ໃຫ້​ໝັ້ນຄົງ, ປັບປຸງ​ການສະໜອງ​ບໍລິການ​​ແພ​ດສາດ ​ແລະ ໝາກຜົນສົ້ນ​ອອກ​ ​ໃນ​ການ​​ເອົາ​ໃຈ​ໃສ່ເບິ່ງ​ແຍງ​​ດູ​ແລສຸຂະພາບ. ນະ​ທີ່​ນີ້, ທ່ານ​ນາ​ງລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ Nguyen Thi Kim Tien  ​ໄດ້​ຮັບ​ການ​ບົ່ງ​ຕົວ​​ແມ່ນໜຶ່ງ ​ໃນ​ບັນດາ​ການ​ນຳ​​ທາງ​ການ​ແພດ​ຂອງ Harvard ປີ 2012, ພ້ອມ​ກັບ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ 15 ທ່ານ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ຢູ່ ອາຊີ, ຕາ​ເວັນ​ອອກ​ກາງ, ອາບຟຣີກາ ​ແລະ ອາ​ເມ​ລິ​ກາ​ໃຕ້.

​ໃນ​ການ​ປະຕິບັດ​ງານຄັ້ງ​ນີ້, ທ່ານ​ນາ​ງລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ Nguyen Thi Kim Tien  ​ໄດ້​ມີ​ການ​ສົນທະນາ​ໂຕະມົນ ກັບ​ບັນດາ​ວິ​ສາ​ຫະກິດ ​ອາ​ເມ​ລິ​ກາ ທີ່​ພວມ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ກ່ຽວ​ກັບ ຫົວ​ຂໍ້ ການ​ສົມທົບ​ລະຫວ່າງ​ພາກລັດ - ​ພາກເອກະ​ຊົນ ​ໃນ​ການ​​ເອົາ​ໃຈ​ໃສ່ການ​ໃຫ້​ບໍລິການ​ດ້ານ​ການ​ແພດ.

ກ່ອນ​ໜ້າ​ນັ້ນ, ທ່ານ​ນາ​ງລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ Nguyen Thi Kim Tien ​ໄດ້​ມີ​ການ​ເຮັດ​ວຽກ​ກັບ ມະຫາວິ​ທະຍາ​ໄລ Harvard ​ແລະ ມາ​ຫະວິທະຍາ​ໄລ Boston ກ່ຽວ​ກັບ​ການ​ຮ່ວມ​ມື​ບຳລຸ​ງສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ດ້ານ​ການ​ແພດ​ຢູ່​ຫວຽດນາມ.