ລັດຖະມົນຕີກະຊວງພາຍໃນລັດເຊຍ ຢ້ຽມຢາມ ສປປ.ເກົາຫຼີ

Chia sẻ
(VOVWORLD) -ການນໍາ ສປປ.ເກົາຫຼີ Kim Jong-un ອາດຈະກະກຽມມີການຢ້ຽມຢາມປະເທດລັດເຊຍ ເພື່ອດໍາເນີນການພົບປະສຸດຍອດຄັ້ງທໍາອິດກັບທ່ານປະທານາທິບໍດີລັດເຊຍ Vladimir Putin. 

        ວັນທີ 2 ເມສາ ສໍານັກຂ່າວສານ KCNA ຂອງ ສປປ.ເກົາຫຼີ ໄດ້ຖະແຫຼງຂ່າວວ່າ ທ່ານ Vladimir Kolokoltsev ລັດຖະມົນຕີກະຊວງພາຍໃນລັດເຊຍ ໄດ້ໄປຮອດ ສປປ.ເກົາຫຼີ ໃນວັນທີ 1 ເມສາ. ເຖິງຢ່າງໃດກໍຕາມ, ສໍານັກຂ່າວສານ KCNA ບໍ່ໄດ້ເຜີຍລະອຽດກ່ຽວກັບເຫດຜົນ ແລະ ເວລາ ທີ່ທ່ານລັດຖະມົນຕີລັດເຊຍຈະເຄື່ອນໄຫວຢູ່ ພຽງຢາງ ແມ່ນດົນປານໃດ.

ລັດຖະມົນຕີກະຊວງພາຍໃນລັດເຊຍ ຢ້ຽມຢາມ ສປປ.ເກົາຫຼີ - ảnh 1 ທ່ານ Vladimir Kolokoltsev ລັດຖະມົນຕີກະຊວງພາຍໃນລັດເຊຍ (ພາບ: TTXVN)

        ການຢ້ຽມຢາມຂອງລັດຖະມົນຕີກະຊວງພາຍໃນລັດເຊຍ ໄປຍັງ ສປປ.ເກົາຫຼີ ຖືກດໍາເນີນໄປໃນສະພາບທີ່ພວມມີບັນດາຂ່າວລືວ່າ ການນໍາ ສປປ.ເກົາຫຼີ Kim Jong-un ອາດຈະກະກຽມມີການຢ້ຽມຢາມປະເທດລັດເຊຍ ເພື່ອດໍາເນີນການພົບປະສຸດຍອດຄັ້ງທໍາອິດກັບທ່ານປະທານາທິບໍດີລັດເຊຍ Vladimir Putin.  ຄາດວ່າ ການຢ້ຽມຢາມຂອງການນໍາ ສປປ.ເກົາຫຼີ ອາດຈະດໍາເນີນໃນເດືອນເມສານີ້.


ຕອບກັບ