ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບປະທານກິຕິມະສັກກອງທຶນສັນຕິພາບ Sasakawa ຍີ່ປຸ່ນ

Chia sẻ
(VOVWORLD) - ຕອນບ່າຍວັນທີ 10 ກໍລະກົດ ຢູ່ຮ່າໂນ້ຍ, ທ່ານ ພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ Yohei Sasakawa, ປະທານກິຕິມະສັກກອງທຶນສັນຕິພາບ Sasakawa ຍີ່ປຸ່ນ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 
ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບປະທານກິຕິມະສັກກອງທຶນສັນຕິພາບ Sasakawa ຍີ່ປຸ່ນ - ảnh 1ທ່ານ Yohei Sasakawa  ແລະ ທ່ານພົນເອກ ໂງຊວນລີກ 

ນະທີ່ນີ້, ທ່ານພົນເອກ ໂງຊວນລີກ ເຊື່ອໝັ້ນວ່າ: ການຢ້ຽມຢາມ, ເຮັດວຽກຂອງທ່ານ Yohei Sasakawa ຢູ່ ຫວຽດນາມ ຈະປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ, ໃນນັ້ນມີຂົງເຂດຮ່ວມມືປ້ອງກັນປະເທດ. ພົນເອກ ໂງຊວນລີກ ເນັ້ນໜັກວ່າ: ໄລຍະຜ່ານມາ, ການຮ່ວມມືປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄ້ຳຕົ້ນຕໍຂອງການພົວພັນລະຫວ່າງ 2 ປະເທດ ດ້ວຍຫຼາຍເນື້ອໃນຮ່ວມມືຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການພົວພັນແລກປ່ຽນດ້ານການທະຫານ, ການສຶກສາ, ການບຳລຸງສ້າງ… ຜ່ານນັ້ນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈກ່ຽວກັບກອງທັບ, ນະໂຍບາຍປ້ອງກັນປະເທດ, ວັດທະນະທຳຂອງແຕ່ລະປະເທດ.

        ສ່ວນທ່ານ Yohei Sasakawa ເນັ້ນໜັກວ່າ: ໄລຍະຈະມາເຖິງ, ກອງທຶນສັນຕິພາບ Sasakawa ຈະສືບຕໍ່ໜູນຊ່ວຍກອງທັບ 2 ປະເທດເພີ່ມທະວີການຮ່ວມມື, ພົບປະແລກປ່ຽນ, ແລກປ່ຽນບົດຮຽນ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.

ຕອບກັບ