ລັດ​ຖະ​ມົນ​ຕີ ໂຕ​ເລິມ ຕ້ອນ​ຮັບ​ຫົວ​ໜ້າ​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ກະ​ຊວງປ້ອງ​ກັນ​ຄວາມ​ສະ​ຫງົບ ລາວ ປະ​ຈຳ ຫວຽດ​ນາມ

Chia sẻ
(VOVWORLD) - ວັນທີ 5 ມີນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານຫົວໜ້າສຳນັກງານຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບລາວ ປະຈຳ ຫວຽດນາມ, ຄອນສີ ເນົາວະລາດ.
ລັດ​ຖະ​ມົນ​ຕີ ໂຕ​ເລິມ ຕ້ອນ​ຮັບ​ຫົວ​ໜ້າ​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ກະ​ຊວງປ້ອງ​ກັນ​ຄວາມ​ສະ​ຫງົບ ລາວ ປະ​ຈຳ ຫວຽດ​ນາມ - ảnh 1ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລີມ ຕ້ອນຮັບທ່ານຫົວໜ້າສຳນັກງານຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບລາວ ປະຈຳ ຫວຽດນາມ, ຄອນສີ ເນົາວະລາດ (ພາບ: VOV)

 ນະທີ່ນີ້, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລີມ ເນັ້ນໜັກວ່າ ກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ລາວ ຕ້ອງເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນກວ່າອີກ ເພື່ອແນໃສ່ປ້ອງກັນຄວາມໝັ້ນຄົງແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ ເພື່ອຊີວິດທີ່ສະຫງົບສຸກ ແລະ ວັດທະນາຖາວອນຂອງປະຊາຊົນສອງປະເທດ. ກຳລັງຕຳຫຼວດສອງປະເທດ ຕ້ອງເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ, ຮອບດ້ານກວ່າອີກ, ໃນນັ້ນ ໜ້າທີ່ຂອງສອງສຳນັກງານຜູ້ຕາງໜ້າ ຕຳຫຼວດ ຫວຽດນາມ ແລະ ລາວ ດ້ວຍພັນທະໜ້າທີ່ເປັນຂົວຕໍ່ລະຫວ່າງສອງກະຊວງ ມີບົດບາດສຳຄັນທີ່ສຸດ.

        ສ່ວນທ່ານ ຄອນສີ ເນົາວະລາດ ຢັ້ງຢືນວ່າ, ໃນຖານະຕຳແໜ່ງໃໝ່, ທ່ານຈະສືບຕໍ່ເປັນຂົວຕໍ່ປະກອບສ່ວນປັບປຸງການພົວພັນຮ່ວມມືມິດຕະພາບແບບພິເສດ ລະຫວ່າງສອງປະເທດເວົ້າລວມ, ລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດ ຫວຽດນາມ ເວົ້າສະເພາະ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ຕອບກັບ