ລັດຖະບານມ້ຽນມາ ແລະ ທະຫານກະບົດ Kachin ເຫັນດີສືບຕໍ່ເຈລະຈາ

Chia sẻ
ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ມຽນມາ ​ແລະ ອົງການ​ເອກະລາດ Kachin (KIO), ຝ່າຍ​ການ​ເມືອງ​ຂອງ​ກອງທັບ​ປົກ​ປ່ອຍ Kachin (KIA), ​ໄດ້​ເຫັນ​ດີ​ສືບ​ຕໍ່​ການເຈລະຈາ​ເພື່ອ​ແນ​ໃສ່​ບົນ​ລຸ​ຂໍ້​ຕົກລົງ​ຢຸດ​ຍິງ​ລະຫວ່າງ 2 ຝ່າຍ​ຢ່າງ​ແທ້​ຈິ່ງ.
ລັດຖະບານມ້ຽນມາ ແລະ ທະຫານກະບົດ Kachin ເຫັນດີສືບຕໍ່ເຈລະຈາ - ảnh 1
​ການ​ເຈລະຈາລະຫວ່າງລັດຖະບານ​ມຽນມາ ​
ແລະ ທະຫານ​ກະບົດ Kachin
(ພາບ: AFP)

(vovworld) -     ​ໃນ​ຂອບ​ເຂດ​ການ​ເຈລະຈາ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ລັດ Kachin ທາງ​ພາກ​ເໜືອ ມຽນມາ, ວັນ​ທີ 12/03, ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ມຽນມາ ​ແລະ ອົງການ​ເອກະລາດ Kachin (KIO), ຝ່າຍ​ການ​ເມືອງ​ຂອງ​ກອງທັບ​ປົກ​ປ່ອຍ Kachin (KIA), ​ໄດ້​ເຫັນ​ດີ​ສືບ​ຕໍ່​ການເຈລະຈາ​ເພື່ອ​ແນ​ໃສ່​ບົນ​ລຸ​ຂໍ້​ຕົກລົງ​ຢຸດ​ຍິງ​ລະຫວ່າງ 2 ຝ່າຍ​ຢ່າງ​ແທ້​ຈິ່ງ. ຕາມ​ຖະ​ແຫຼ​ງການຮ່ວມ ພາຍ​ຫຼັງການ​ເຈລະຈາ, ຂໍ້​ຕົກລົງ​ໄດ້​ຮັບການ​ຮັບຮອງ​​ເອົາ​ເພື່ອ​ແນ​ໃສ່​ສືບ​ຕໍ່​​ຮອບ​ເຈລະຈາ​ຕ່າງໆ ຈົນ​ເຖິງເວລາ​ໃດ​ທີ່ 2 ຝ່າຍ​ບັນລຸ​ໄດ້​ຂໍ້​ຕົກລົງ​ຢຸດ​ຍິງ​ຢ່າງ​ແນ່ນອນ ​ແລະ ​ແທ້​ຈິ່ງ, ​ໂດຍອິ່ງ​ໃສ່ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ຄວາມ​ນັບຖື ​ແລະ ຄວາມ​ໄວ​ເນື້ອ​​ເຊື່ອ​ໃຈ​ເຊິ່ງກັນ ​ແລ​ະ ກັນ ​ເພື່ອ​ມຸງ​ໄປ​ເຖິງ​ການ​ເຈລະຈາ​ດ້ານ​ການ​ເມືອງ​ຢ່າງ​ເຂັ້ມ​ງວດ.