ລັດຖະບານປະກາດໃຊ້ນະໂຍບາຍໜູນຊ່ວຍຊາວປະມົງ

Chia sẻ
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​ ໄດ້​ປະກາດ​ໃຊ້​ດຳລັດ​ກ່ຽວ​ກັບ​ບາງ​ນະ​ໂຍບາຍ​ພັດທະນາ​ສິນ​ໃນ​ນຳ້, ​ໃນ​ນັ້ນ​ມີ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ລົງທຶນ...
ລັດຖະບານປະກາດໃຊ້ນະໂຍບາຍໜູນຊ່ວຍຊາວປະມົງ - ảnh 1
ພາບປະກອບ

(vovworld) - ຫວ່າງ​ແລ້ວ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​ ໄດ້​ປະກາດ​ໃຊ້​ດຳລັດ​ກ່ຽວ​ກັບ​ບາງ​ນະ​ໂຍບາຍ​ພັດທະນາ​ສິນ​ໃນ​ນຳ້, ​ໃນ​ນັ້ນ​ມີ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ລົງທຶນ, ສິນ​ເຊື່ອ, ປະກັນ​ໄພ; ນະ​ໂຍບາຍ​ບຸລິ​ມະ​ສິດ​ດ້ານ​ພາສີອາກ​ອນ ​ແລະ ນະ​ໂຍບາຍ​ອື່ນໆ​ສຳລັບ​ອົງການ​ຈັດຕັ້ງ, ສ່ວນ​ບຸກຄົນ​ຊາວ​ຫວຽດນາມ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ສິນ​ໃນ​ນຳ້; ອົງການຈັດ​ຕັ້ງ, ບຸກຄົນທີ່ສັ່ງຕໍ່​ກຳ່​ປັ່ນ​ລຳ​ໃໝ່…ຕາມ​ດຳລັດ​ນີ້, ​ເຈົ້າ​ຂອງ​ກຳ່​ປັ່ນ​ທີ່​ຫາ​ກໍ່​ຕໍ່​ໃໝ່ ຫຼື​ຍົກ​ລະດັບຈະ​ໄດ້​ກູ້​ຢືມ​ທຶນ​ຈາກ​ທະນາຄານ​ເຖິງ 95% ມູນ​ຄ່າ​ລົງທຶນ​ຕໍ່​ກຳ່​ປັ່ນ​, ຫຼື​ຍົກ​ລະດັບທັງ​ໝົ​ດ, ​ເວລາ​ໃຫ້​ກູ້​ຢືມ​ທຶນແມ່ນ 11 ປີ, ອັດຕາດອກເບ້ຍ​ຕຳ່​ສຸດແມ່ນ 1%/ປີ, ສູງ​ສຸດ​ແມ່ນ 3%/ປີ​, ໃນ​ນັ້ນ​ປີ​ທຳ​ອິດ​ເຈົ້າ​ຂອງ​ກຳ່​ປັ່ນ​ຖືກ​ຍົກ​ເວັ້ນດອກເບ້ຍ. ​ໃນ​ກໍລະນີ​ເຈົ້າ​ຂອງ​ກຳ່​ປັ່ນ​ປະສົບ​ຄວາ​ມສ່ຽງ​ຍ້ອນ​ສາຍ​ເຫດ​ພາວະ​ວິ​ໄສ, ອີງ​ຕາມ​ແຕ່​ລະ​ກໍລະນີ, ທະນາຄານ​ຈະ​ກຳນົດ​ເວລາ​ໃຊ້​ແທນຄືນ​ໃໝ່ ​ແລະ ​ແກ້​ໄຂ​ຕາມ​ສັນຍາ​ປະກັນ​ໄພ. ນອກ​ນັ້ນ, ບັນດາ​ເຈົ້າ​ຂອງ​ກຳ່​ປັ່ນຂຸດ​ຄົ້ນ​ສິນ​ທະ​ເລ ​ແລະ ສະໜອງ​ການ​ບໍລິການ​ພະລາທິການ​ຂຸດ​ຄົ້ນ​ສິນ​ທະ​ເລ​ທີ່​ພວມ​​​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ການ​ປະມົງ​ຢ່າງມີ​ປະສິດທິ​ຜົນ, ມີ​ຄວາມ​ສາມາດ​ດ້ານ​ການ​ເງິນ, ມີ​ວິທີ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ລະອຽດ, ອາດ​ຈະ​ໄດ້​ກູ້​ຢືມ​ທຶນ​ເຖິງ 70%ມູນ​ຄ່າ​ສະໜອງ​ການ​ບໍລິການ​ສຳລັບ​ກຳ່​ປັ່ນ​ບໍລິການ​ພະລາທິການ​ຂຸດ​ຄົ້ນ​ສິນ​ທະ​ເລ.