ລັດຖະບານ ຊີຣີ ຈະເຂົ້າຮ່ວມກອງປະຊຸມ ເຊີແນວ

Chia sẻ

ລັດຖະບານ ຊີຣີ ຈະ​ເຂົ້າຮ່ວມ​ກອງ​ປະຊຸມ ​ເຊີ​ແນວ

ລັດຖະບານ ຊີຣີ ຈະເຂົ້າຮ່ວມກອງປະຊຸມ ເຊີແນວ - ảnh 1
ກຳລັງຝ່າຍຄ້ານຊີຣີ
(ພາບ: AFP)

(vovworld) – ວັນ​ທີ 26/5, ລັດຖະມົນຕີ​ການ​ຕ່າງປະ​ເທດ ຊີຣີ Walid Mualem ມີ​ການ​ຢ້ຽມຢາມ​ໂດຍ​ບັງ​ເອີນ​ເຖິງ ອີຣັກ ​ເພື່ອ​ແນ​ໃສ່​ຊອກ​ຫາ​ການ​ສະໜັບ​ສະ​ໜູນ​ຂອງ ​ແບກ​​ແດດ ຕໍ່ໜ້າ​ຄຳ​ຕັດສິນ​ປະ​ເທດ​ນີ້​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກ່ຽວ​ກັບ​ຊີຣີ ​​ໂດຍ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ເປັນ​ປະທານ​ຮ່ວມ​ໃນ​​ເດືອ​ນ 6 ຢູ່ ​ເຊີ​ແນວ, ປະ​ເທດ ​ສະ​ວິດ ຢ່າງ​ມີ​ຫຼັກການ. ທີ່​ການ​ປະ​ຊຸມຂ່າວ​ຮ່ວມ​ກັບ​ຄູ່​ຕຳ​ແໜ່​ງ ອີຣັກ Zebari ຢູ່​ນະຄອນຫຼວງ ​ແບກ​​ແດດ, ທ່ານ Mualem ​ເນັ້ນ​ໜັກ​ວ່າ: “ກອງ​ປະຊຸມ​ແມ່ນ​ໂອກາດ​ທີ່ດີ​ໃຫ້ແກ່​ມາດຕາ​ການການ​ເມືອງ​ຢູ່ ຊີຣີ”. ທ່ານ​ຢືນຢັນ​ຄືນຫຼັກ​ໝັ້ນ​ຂອງ​ລັດຖະບານ​ຊີຣີ ທີ່​ປາດ​ຖະໜາ​ຢາກ​ມີການ​ເຈລະ​ຈາ​ລະຫວ່າງ​ຝ່າຍ​ຕ່າງໆ​ຢູ່ ຊີຣີ ​ແລະ ຖື​ວ່ານີ້​ແມ່ນ​ມາດ​ຕະການ​​ແກ້​ໄຂໜຶ່ງ​ດຽວ​ໃຫ້​ແກ່​ວິ​ກິດ​ການ​ການ​ເມືອງ​ທີ່​ແກ່ຍາວ​ໃນ​ຫຼາຍ​ເດືອນ​ຜ່ານ​ມາ​ຢູ່​ປະ​ເທດ​ນີ້. ກອ່ນໜ້າ​ນັ້ນ, ທ່ານ Mualem ກໍ່​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ອີຣັກ Maliki. ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​​ແກ້​ໄຂວິ​ກິດ​ການ​ຢູ່ ຊີຣີ ​ໃນ​ປະຈຸ​ບັນ. ທ່ານ Mualem ກໍ່​ສະ​ແດງ​ຄວາມ​​​ປາດ​ຖະໜາ​ຢາກ​ໄດ້​ຮັບ​ການ​ສະໜັບສະໜູນ​ຂອງ ອີຣັກ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ຢູ່ ຊີຣີ.