ລຸກຊໍາບວກ ກຽມພ້ອມເປີດກວ້າງການຮ່ວມມືຫຼາຍດ້ານກັບ ຫວຽດນາມ

Chia sẻ
(VOVWORLD) -ທ່ານ ເອກອັກຄະລັດຖະທູດ ທ່ານ ຫງວຽນວັນຖາວ ຕີລາຄາສູງຕໍ່ກັບພາລະບົດບາດຂອງ ລຸກຊຳບວກ ດ້ວຍຕໍາແໜ່ງເປັນສູນການເງິນທົ່ວໂລກ ແລະ ເປັນແຫຼ່ງດຶງດູດກອງທຶນການລົງທຶນ ແຈກຢາຍໃຫຍ່ທີ່ສຸດຂອງໂລກ
ລຸກຊໍາບວກ ກຽມພ້ອມເປີດກວ້າງການຮ່ວມມືຫຼາຍດ້ານກັບ ຫວຽດນາມ - ảnh 1ທ່ານ ຫງວຽນວັນຖ້າວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລຸກຊຳບວກ (ພາບ: TTXVN)

ຕອນບ່າຍຂອງວັນທີ 17 ພະຈິກ ຢູ່ທີ່ພະລາຊະວັງ ລາຊາອານາຈັກລຸກຊຳບວກ, ທ່ານ ຫງວຽນວັນຖ້າວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລຸກຊຳບວກ,ໄດ້ຍື່ນສານຕາຕັ້ງ ທ່ານ ປະທານປະເທດ ຫງວຽນຊວນຟຸກ ຕໍ່ເຈົ້າຊາຍ ລຸກຊຳບວກ Henri ທີ່ພິທີ, ເຈົ້າຊາຍ Henrita ຢືນຢັນເຖີງຄວາມຕ້ອງການຢາກຂະຫຍາຍການຮ່ວມມືສອງຝ່າຍ ໃນຫຼາຍຂົງເຂດຕື່ມອິກ, ພິເສດຜ່ານກອບຂອງສັນຍາການຄ້າເສລີລະຫວ່າງສະຫະພາບເອີຣົບ(EU) ແລະ ຫວຽດນາມ (EVFTA), ມີຜົນສັກສິດນັບແຕ່ເດືອນ ສີງຫາ 2021. ເຈົ້າຊາຍ Henrita  ຕີລາຄາສູງຕໍ່ການປະສານງານລະຫວ່າງສອງປະເທດ ແລະ ການສະໜັນສະໜຸນເຊີ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ  ພາກພື້ນກໍຄືສະຫະປະຊາຊາດ, ເວທີປາໄສການຮ່ວມມື ອາຊີ-ເອີຣົບ (ASEM) ແລະ ອົງການຝຣັ່ງໂກໂຟນີ, ພ້ອມກັນນັ້ນ ໄດ້ແບ່ງປັນຄວາມສຳຄັນຂອງການເພີ່ມທະວີການຮ່ວມມືປ້ອງກັນຄວາມໜັ້ນຄົງ, ປອດໄພ ແລະ ຄວາມເສລີໃນການເດີນເຮືອຢູ່ພາກພື້ນ, ໃນນັ້ນມີທະເລຕາເວັນອອກ.

ສ່ວນທ່ານ ເອກອັກຄະລັດຖະທູດ ຫງວຽນວັນຖາວ ຕີລາຄາສູງຕໍ່ກັບພາລະບົດບາດຂອງ ລຸກຊຳບວກ ດ້ວຍຕໍາແໜ່ງເປັນສູນການເງິນທົ່ວໂລກ ແລະ ເປັນແຫຼ່ງດຶງດູດກອງທຶນການລົງທຶນ ແຈກຢາຍໃຫຍ່ທີ່ສຸດຂອງໂລກ, ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຫວຽດນາມ ກຽມພ້ອມໃຫ້ອໍານວຍຄວາມສະດວກ ເພື່ອໃຫ້ລຸກຊຳບວກເຊີ່ງເປັນ, ນັກລົງທຶນໃຫ່ຍທີ່ 5 ຂອງ( EU) ຢູ່ ຫວຽດນາມ, ຂະຫຍາຍການຮ່ວມມື ແລະ ເພີ່ມທະວີການລົງທຶນໃນບັນດາຂົງເຂດທີ່ເປັນປະໂຫຍກໍ່ຄືທາງດ້ານການເງິນ, ຮັບມືກັບການປ່ຽນແປງຂອງດີນຟ້າອາກາດ, ພະລັງງານພະລິດຄືນໃຫ່ມ ເສດຖະກິດໝູນວຽນ, ຮ່ວມມືທາງດ້ານວັດທະນະທຳ, ການສຶກສາ ແລະ ການພົວພັນແລກປ່ຽນປະຊາຊົນກັບປະຊາຊົນ

ຕອບກັບ