ຢູ່ຫວຽດນາມ, ມີຄົນເຈັບຕິດເຊື້ອໂຄວິດ - 19 ຕື່ມອີກ 4 ຄົນ ໄດ້ຮັບການປິ່ນປົວຫາຍດີ

Chia sẻ
(VOVWORLD) -ກະຊວງສາທາລະນະສຸກໃຫ້ຮູ້ວ່າ ໄລ່ຮອດ18 ໂມງຂອງວັນທີ 3 ມິຖຸນາ ຫວຽດນາມບໍ່ມີຜູ້ຕິດເຊື້ອ ໂຄວິດ - 19 ໃໝ່.  ແລະ ຜ່ານ 48 ຢ່າງລຽນຕິດ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໃນຊຸມຊົນ
ຢູ່ຫວຽດນາມ, ມີຄົນເຈັບຕິດເຊື້ອໂຄວິດ - 19 ຕື່ມອີກ 4 ຄົນ ໄດ້ຮັບການປິ່ນປົວຫາຍດີ - ảnh 1 ມີຄົນເຈັບຕິດເຊື້ອໂຄວິດ - 19 ຕື່ມອີກ 4 ຄົນ ໄດ້ຮັບການປິ່ນປົວຫາຍດີ

ຕອນບ່າຍຂອງ ວັນທີ 3 ມິຖຸນາ, ຕາມຂ່າວຈາກອະນຸກໍາມະການ ປິ່ນປົວພະຍາດ - ຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ: ທົ່ວປະເທດມີຄົນເຈັບ ຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ 4 ຄົນພວມປິ່ນປົວຢູ່ໂຮງໝໍຫຼາຍຂະແໜງຖ້າຍບີງ ໄດ້ຮັບການຢັ້ງຢືນຫາຍດີແລ້ວ. ພວກເຂົາຕ່າງກໍຖືສັນຊາດຫວຽດນາມ

        ເປັນອັນວ່າ, ມາຮອດປັດຈຸບັນ, ຫວຽດນາມ ໄດ້ມີ 302/328 ກໍລະນີຕິດເຊື້ອໂຄວິດ -19 ໄດ້ຢັ້ງຢືນປິ່ນປົວຫາຍດີ . ຍັງມີຄົນເຈັບເຫຼືອພຽງ 26 ຄົນ ພວມໄດ້ຮັບການປິ່ນປົວຢູ່ບັນດາໂຮງໝໍ ດ້ວຍອາກາດສຸຂະພາບປົກກະຕິໂດຍພື້ນຖານ. 

ຕອບກັບ