ຢຸດຕິການຊ້ອມຮົບ ອາເມລິກາ - ສ. ເກົາຫຼີ ແມ່ນເງື່ອນໄຂທຳອິດເພື່ອຫລຸດຜ່ອນຄວາມເຄັ່ງຕຶງຢູ່ແຫຼມ ເກົາຫຼີ

Chia sẻ
(VOVWORLD) - ວັນທີ 28 ມິຖຸນາ, ໜັງສືພິມ Rodong Sinmun, ເຊິ່ງແມ່ນໜັງສືພິມທາງການຂອງພັກແຮງງານ ສປປ ເກົາຫຼີ, ເອື້ນບັນດາການຊ້ອມຮົບຂອງ ວໍຊິງຕັນ ແລະ ເຊີອູນ ແມ່ນປັດໄຈຕົ້ນຕໍນາບຂູ່ເຖິງສັນຕິພາບໃນແຫຼມ ເກົາຫຼີ ແລະ ກໍ່ຄວາມເສຍຫາຍເຖິງຄວາມສະຫງົບຂອງ ພຽງຢາງ.
ຢຸດຕິການຊ້ອມຮົບ ອາເມລິກາ - ສ. ເກົາຫຼີ ແມ່ນເງື່ອນໄຂທຳອິດເພື່ອຫລຸດຜ່ອນຄວາມເຄັ່ງຕຶງຢູ່ແຫຼມ ເກົາຫຼີ - ảnh 1 ພາບປະກອບ

ຕາມໜັງສືພິມນີ້ແລ້ວ, ເພື່ອຫລຸດຜ່ອນຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ, ວົງການເຈົ້າໜ້າທີ ອາເມລິກາ - ສ. ເກົາຫຼີ ຄວນ “ຢຸດຕິໂດຍບໍ່ມີເງື່ອນໄຂທຸກໆການຊ້ອມຮົບປະຈຳປີຕ້ານ ສປປ ເກົາຫຼີ”. ກ່ອນໜ້ານັ້ນ, ວັນທີ 24 ມິຖຸນາ, ສຳນັກຂ່າວສານ ສູນກາງ ພຽງຢາງ (KCNA) ໃຫ້ຮູ້ວ່າ: ສະພາທີ່ປຶກສາຫາລືການປອງດອງຊາດຂອງ ສປປ ເກົາຫຼີ ໄດ້ຝາກເຖິງວົງການເຈົ້າໜ້າທີ່ ສ ເກົາຫຼີ ບັນດາເງື່ອນໄຂເພື່ອເຊື່ອມຕໍ່ການເຈລະຈາລະຫວ່າງ 2 ປະເທດ. ບັນດາເງື່ອນໄຂນີ້ລວມມີ: ສ ເກົາຫຼີ ຄວນຍົກເລີກທຸກໆມາດຕະການຕ້ານ ພຽງຢາງ ແລະ ຢຸດຕິບັນດາການຊ້ອມຮົບຮ່ວມກັບ ອາເມລິກາ. ຝ່າຍ ພຽງຢາງ ກໍ່ໄດ້ເຕື້ອງເຖິງຄຳຮຽກຮ້ອງ ເຊີອູນ ຕ້ອງສົ່ງພົນລະເມືອງ ສປປ ເກົາຫຼີ ທຸກຄົນເຊິ່ງ ເຊີອູນໄດ້ປະກາດໄປລີ້ຕົວຢູ່ ສ ເກົາຫຼີ ໃນຂະນະທີ່ ພຽງຢາງ ຖືວ່າແມ່ນຖືກ ສ ເກົາຫຼີ ລອກຈັບຕົວ.

ຕອບກັບ