ມຽນມາ ຍັງຄົງຈັດຕັ້ງການເລືອກຕັ້ງຕາມແຜນການທີ່ໄດ້ວາງອອກໃນວັນທີ 08 ພະຈິກ

Chia sẻ
(VOVWORLD) - ບັນດາເຈົ້າໜ້າທີ່ ມຽນມາ ໃຫ້ຮູ້ວ່າ: ລັດຖະບານປະເທດນີ້ ຍັງຄົງຂຶ້ນແຜນຈັດຕັ້ງການເລືອກຕັ້ງທົ່ວປະເທດໃນເດືອນ ພະຈິກ ໂດຍບໍ່ຫົວຊາຕໍ່ຄຳຮຽກຮ້ອງໃຫ້ໂຈະການເລືອກຕັ້ງຈາກບັນດາພັກຝ່າຍຄ້ານ ຍ້ອນໂລກລະບາດໂຄວິດ-19.

 ກ່າວຄຳເຫັນທີ່ການຖະແຫຼງຂ່າວທາງອອນລາຍໃນທ້າຍອາທິດຜ່ານມາ, ທ່ານ Myint Naing, ເຈົ້າໜ້າທີ່ຂັ້ນສູງສັງກັດໃນຄະນະກຳມະການເລືອກຕັ້ງ ມຽນມາ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າບໍ່ມີແຜນການໂຈະການເລືອກຕັ້ງທົ່ວປະເທດ ຍ້ອນສາຍເຫດມາຈາກໂຄວິດ-19…ພວກຂ້າພະເຈົ້າຄວບຄຸມສະພາບການໄດ້ ສະນັ້ນ ບໍ່ມີສິ່ງໃດທີ່ເປັນໜ້າກັງວົນ.”

ຕອບກັບ