ມານະພະຍາຍາມຊຸກຍູ້ປະຊາຄົມ ອາຊຽນ ສະໜິດຕິດພັນ, ເປັນເຈົ້າການຮັບມືກັບສິ່ງທົດສອບຕ່າງໆ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 19 ສິງຫາ, ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສຳມະນາສາກົນທາງອອນລາຍດ້ວຍຫົວຂໍ້ວ່າ “ຫວຽດນາມ - ອາຊຽນ: 25 ປີຜ່ານມາ ແລະ ເສັ້ນທາງໃນຕໍ່ໜ້າ” 

ດ້ວຍການເຂົ້າຮ່ວມຂອງທ່ານ Marty Natalegawa ອະດີດລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ;  ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ອະດີດຫົວໜ້າ SOM ລາວ; ທ່ານ ເລເລືອງມິງ ອະດີດເລຂາທິການໃຫຍ່ ອາຊຽນ; ທ່ານ Lim Joch Hoi ເລຂາທິການໃຫຍ່ ອາຊຽນ…

ມານະພະຍາຍາມຊຸກຍູ້ປະຊາຄົມ ອາຊຽນ ສະໜິດຕິດພັນ, ເປັນເຈົ້າການຮັບມືກັບສິ່ງທົດສອບຕ່າງໆ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ 

ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ເນັ້ນໜັກວ່າ:

        “ຕະຫລອດໄລຍະຜ່ານມາ, ຫວຽດນາມ ມີຄວາມເອກອ້າງທະນົງໃຈທີ່ໄດ້ປະກອບ ສ່ວນຢ່າງຕັ້ງໜ້າ ເຂົ້າໃນຂີດໝາຍພັດທະນາທີ່ເຕັມໄປດ້ວຍຄວາມໝາຍຂອງ ອາຊຽນ, ນັບແຕ່ເລື່ອງສ້າງແນວຄວາມຄິດ ອາຊຽນ - 10 ໃຫ້ສຳເລັດ, ຊຸກຍູ້ ແລະ ຫັນເປົ້າໝາຍສ້າງຕັ້ງປະຊາຄົມ ອາຊຽນ ໃຫ້ເປັນອັນລະອຽດ, ສ້າງກົດບັດ ອາຊຽນ ຕະຫລອດຮອດການເສີມຂະຫຍາຍບົດບາດເປັນໃຈກາງ ແລະ ທີ່ຕັ້ງສາກົນຂອງ ອາຊຽນ.

        ເປັນປະທານໝູນວຽນ ຂອງ ອາຊຽນ 2020, ໂດຍສືບທອດບັນດາພື້ນຖານອັນດີງາມທີ່ໄດ້ສ້າງມາໃນ 25 ປີ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ຢັ້ງຢືນວ່າ ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ແລະ ຄວາມເຊື່ອໝັ້ນຍຸດທະສາດ ອາຊຽນ ທີ່ສ້າງໄດ້ໃນຫລາຍທົດສະວັດຜ່ານມາ ຈະສືບຕໍ່ເປັນພື້ນຖານສຳຄັນ ເພື່ອໃຫ້ບັນດາປະເທດສະມາຊິກສືບຕໍ່ຊຸກຍູ້ການພົບປະເຈລະຈາ, ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ. ຫວຽດນາມ ໄດ້ມານະພະຍາຍາມ ແລະ ຈະພ້ອມກັບບັນດາປະເທດສະມາຊິກ ອາຊຽນ ສູ້ຊົນເພື່ອເປົ້າໝາຍດັ່ງກ່າວ.

ຕອບກັບ