ມອບ​ລາງວັນ ໄວ​ໜຸ່ມ​ປະ​ດິດ​ຄິດ​ສ້າງ​ທົ່ວ​ປ​ະ​ເທດ ປີ 2020 ​ຍ້ອງ​ຍໍ​ຊົມ​ເຊີຍ 37 ໂຄງ​ການ

Chia sẻ
(VOVWORLD) -  ຕອນຄ່ຳວັນທີ 29 ພະຈິກ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍ, ມອບລາງວັນ ໄວໜຸ່ມປະດິດຄິດສ້າງທົ່ວປະເທດ ແລະ ສະຫຼຸບການເສັງ ໄວໜຸ່ມປະດິດຄິດສ້າງທົ່ວປະເທດ ປີ 2020.
ມອບ​ລາງວັນ ໄວ​ໜຸ່ມ​ປະ​ດິດ​ຄິດ​ສ້າງ​ທົ່ວ​ປ​ະ​ເທດ ປີ 2020 ​ຍ້ອງ​ຍໍ​ຊົມ​ເຊີຍ 37 ໂຄງ​ການ - ảnh 1ພິທີຍ້ອງຍໍຊົມເຊີຍ 

ທີ່ພິທີຍ້ອງຍໍຊົມເຊີຍ, 37 ໃນຈຳນວນ 241 ໂຄງດານ, ມາດຕະການ, ຜະລິດຕະພັນປະດິດຄິດສ້າງດີເດັ່ນທີ່ສຸດໄດ້ຮັບການຄັດເລືອກ ເພື່ອຍ້ອງຍໍຊົມເຊີຍ ແລະ ມອບລາງວັນ ໄວໜຸ່ມປະດິດຄິດສ້າງທົ່ວປະເທດປີ 2020, ໃນນັ້ນ  ມີ 28 ໂຄງການ, ຜະລິດຕະພັນໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີ.

        ກ່າວຄຳເຫັນທີ່ພິທີ, ທ່ານ ເຈິ່ນແທັງເໝິນ - ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເນັ້ນໜັກວ່າ:

        “ບັນດາຄະນະ, ຂະແໜງການ, ທ້ອງຖິ່ນຕ່າງໆ ຈົ່ງສືບຕໍ່ເອົາໃຈໃສ່, ສະໜັບສະໜູນ, ສ້າງເງື່ອນໄຂເພື່ອໃຫ້ຊາວໜຸ່ມປະຈັນບານປະຕິບັດການເປັນເຈົ້າຂອງວິທະຍາສາດ, ເຕັກໂນໂລຢີ, ຜັນຂະຫຍາຍບັນດາໂຄງການ start up ປະດິດຄິດສ້າງຢ່າງມີປະສິດທິຜົນ, ເພາະວ່າ ນີ້ແມ່ນປັດໄຈສຳຄັນເພື່ອປຸກລຸກຄວາມສາມາດບົ່ມຊ້ອນ, ສ້າງກຳລັງໜູນໃຫ້ແກ່ການພັດທະນາຂອງປະເທດຊາດ. ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມ ຈະສືບທອດມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍ, ມີຂໍ້ລິເລີ່ມ ແລະປະດິດຄິດສ້າງໃຫ້ຫຼາຍກວ່າອີກ, ຈາກນັ້ນ ຈະນັບມື້ນັບມີຫຼາຍແບບຢ່າງດີເດັ່ນໃນທຸກຂົງເຂດຂອງຊີວິດສັງຄົມ, ປະກອບສ່ວນເຂົ້າໃນການສ້າງປະເທດ ຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ ແລະ ຮຸ່ງເຮືອງສີວິໄລ”.

 ທູຮັ່ງ - ນັກຂ່າວ VOV

ຕອບກັບ