ມອບທຸງຊາດ 2000ໃບໃຫ້ແກ່ຊາວປະມົງຕິດພັນກັບທະເລ

Chia sẻ
(VOVWORLD) -ວັນທີ 6 ມິຖຸນາ, ຢູ່ທ່າກ່ຳປັນຫາປາ ມີທໍ, ນະຄອນມີທໍ, ແຂວງຕຽນຢາງ, ສະຫະພັນ ແຮງງານແຂວງຕຽນຢາງ ແລະ ສະຫະສະມາຄົມວິສາຫະກິດແຂວງ ໄດ້ສົມທົບກັບໜັງສືພິມ ຜູ້ອອກແຮງງານ ຈັດຕັ້ງພິທີມອບທຸງຊາດ 2000 ໃບ ໃຫ້ແກ່ຊາວປະມົງ.
ມອບທຸງຊາດ 2000ໃບໃຫ້ແກ່ຊາວປະມົງຕິດພັນກັບທະເລ - ảnh 1 ພິທີມອບທຸງຊາດ ແລະ ຂອງຂວັນໃຫ້ແກ່ຊາວປະມົງ (ພາບ: TTXVN)

ນີ້ແມ່ນການເຄື່ອນໄຫວຕົ້ນຕໍ ຂອງລາຍການ “ທຸງຊາດ 1 ລ້ານໃບ ພ້ອມກັບຊາວປະມົງຕິດພັນກັບທະເລ” ໃຫ້ຊາວປະມົງ ທີ່ຂຶ້ນກັບບັນດາອົງການຂຸດຄົ້ນ ສິນທະເລຢູ່ແຂວງ ຕຽນຢາງ ໂດຍສະຫະສະມາຄົມວິສາຫະ ກິດແຂວງ ຕຽນຢາງ ແລະ ໜັງສືພິມຜູ້ອອກແຮງງານປຸກລະດົມຢູ່ແຂວງ ຕຽນຢາງ.

ລາຍການ “ທຸງຊາດ 1 ລ້ານໃບພ້ອມກັບຊາວປະມົງຕິດພັນກັບທະເລ” ໂດຍໜັງສືພິມຜູ້ອອກແຮງງານປຸກລະດົມ ແລະ ປະຕິບັດແຕ່ວັນທີ 1 ມິຖຸນາ 2019, ມາຮອດປັດຈຸບັດ ໄດ້ມອບທຸງຊາດກ່ວາ 100.000 ໃບຢູ່ແຂວງ, ນະຄອນຫຼາຍແຫ່ງໃນທົ່ວປະເທດຄື: ບາກລຽວ, ກ່າເມົາ, ກຽນຢາງ, ຕຽນຢາງ, ກ໋ວາງຫງາຍ, ບ່າເຣີຍ, ວຸງເຕົາ, ແຄັງຮ່ວາ, ເງະອານ, ບິ່ງດິງ, ບິ່ງທ້ວນ, ນະຄອນໂຮ່ຈີມິນ… ໄດ້ປະກອບສ່ວນຕໍ່ກຳລັງແຮງ, ລະດົມກຳລັງໃຈໃຫ້ແກ່ຊາວປະມົງຢູ່ 28 ແຂວງ, ນະຄອນທີ່ຕິດພັນກັບທະເລ.

ຕອບກັບ