ມອບກາໝາຍ 75 ປີ, 50 ປີ ເປັນສະມາຊິກພັກ ໃຫ້ແກ່ບັນດາອະດີດການນຳພັກ

Chia sẻ
ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ມອບ​ກາໝາຍ​ 75 ປີ ​ແລະ 50 ປີເປັນ​ສະມາຊິກ​ພັກ​ໃຫ້​ແກ່​ອະດີດ​ການ​ນຳ​ພັກ 2 ທ່ານ​ຄື​ທ່ານ Nguyen Van Tran, ອະດີດ​ເລຂາ​ສູນ​ກາງ​ພັກ ​ແລະ ທ່ານ Thai Phung Ne, ອະດີດ​ກຳມະການ​ສູນ​ກາງ​ພັກ, ອະດີດລັດຖະມົນຕີ​ກະຊວງ​ພະລັງງານ
ມອບກາໝາຍ 75 ປີ, 50 ປີ ເປັນສະມາຊິກພັກ ໃຫ້ແກ່ບັນດາອະດີດການນຳພັກ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ປະດັບກາໝາຍໃຫ້
ທ່ານ Nguyen Van Tran ແລະ ທ່ານ Thai Phung Ne
(ພາບ: chinhchu.vn)

(vovworld) – ​ຕອນ​ບ່າຍ​ວັນ​ທີ 16/8, ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ມອບ​ກາໝາຍ​ 75 ປີ ​ແລະ 50 ປີເປັນ​ສະມາຊິກ​ພັກ​ໃຫ້​ແກ່​ອະດີດ​ການ​ນຳ​ພັກ 2 ທ່ານ​ຄື​ທ່ານ Nguyen Van Tran, ອະດີດ​ເລຂາ​ສູນ​ກາງ​ພັກ ​ແລະ ທ່ານ Thai Phung Ne, ອະດີດ​ກຳມະການ​ສູນ​ກາງ​ພັກ, ອະດີດລັດຖະມົນຕີ​ກະຊວງ​ພະລັງງານ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້ອວຍພອນ​ໃຫ້ ອະດີດ​ການ​ນຳ 2 ທ່ານ​ທີ່​ໄດ້​ຮັບ​ກາ​ໝາຍ​ 75 ປີ ​ແລະ 50 ປີເປັນ​ສະມາຊິກ​ພັກ, ​ເຊິ່ງ​ແມ່ນລາງວັນ​ອັນ​ສູງ​ສົ່ງ​ຂອງ​ພັກ ​ແລະ ລັດ ທີ່ຮັບ​ຮູ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ​ເຂົາ​ເຈົ້າ​ທີ່​ມີ​ຕໍ່​ພາລະກິດ​ປະຕິວັດ​ອັນ​ສະຫງ່າ​ລາສີ​ຂອງ​ພັກ ​ແລະ ປະຊາຊົນ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ:​ໃນ​ຕະຫຼອດ​ຊີວິດ​ເດີນ​ຕາມ​ພັກ ​ແລະ ​ການ​ປະຕິວັດ, ຕິດ​ພັນ​ກັບ​ປະຊາຊົນ, ບັນດາ​ການ​ນຳ​ແມ່ນ​ບັນດາ​ແບບ​ຢ່າງ​ທີ່​ດີໃຫ້​ສະມາຊິກ​ພັກ​ລຸ້ນໜຸ່ມ​ປະຕິບັດ​ຕາມ. ທ່ານ​ນາຍົກລັດຖະມົນຕີ ອວຍພອນ​ໃຫ້​ທ່ານ Nguyen Van Tran ​ແລະ ທ່ານ Thai Phung Ne ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ​ແລະ ສືບ​ຕໍ່​ມີ​ບັນດາ​ການ​ປະກອບສ່ວນ​ໃຫ້​ແກ່​ພາລະກິດ​ຂອງ​ພັກ ​ແລະ ປະຊາຊົນ​ຫວຽດນາມ.