ມໍລະດົກຂອງປະທານໂຮ່ຈີມິນ ທີ່ມີຕໍ່ມວນມະນຸດມີຄຸນຄ່າຕະຫຼອດການ

Chia sẻ
(VOVWORLD) -ເລື່ອງ UNESCO ເຊີດຊູປະທານ ໂຮ່ຈີມິນ ແມ່ນມີຄວາມໝາຍສຳຄັນພິເສດ, ແມ່ນແຫຼ່ງລະດົມກຳລັງໃຈທີ່ໃຫຍ່ຫຼວງ, ຕໍ່ກຳລັງແຮງເພື່ອໃຫ້ທົ່ວທັງຊາດ ຫວຽດນາມ ຕັດສິນໃຈ, ຮ່ວມແຮງຮ່ວມໃຈແກ້ໄຂ, ຜ່ານຜ່າຄວາມຫຍຸ້ງຍາກ
ມໍລະດົກຂອງປະທານໂຮ່ຈີມິນ ທີ່ມີຕໍ່ມວນມະນຸດມີຄຸນຄ່າຕະຫຼອດການ - ảnh 1ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິນ ກ່າວຄຳເຫັນທີ່ພິທີ
(ພາບ: ກວາງຮ່ວາ)

        ຕອນບ່າຍວັນທີ 06 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ຈັດພິທີສະເຫຼີມສະຫຼອງ 35 ປີແຫ່ງວັນອົງການສຶກສາວິທະຍາສາດ ແລະ ວັດທະນະທຳສປຊ (UNESCO) ອອກມະຕິເລກທີ 24C/18.65 ເຊີດຊູປະທານໂຮ່ຈີມິນ - “ນັກວິລະຊົນປົດປ່ອຍຊາດ ແລະ ນັກວັດທະນະທຳດີເລີດຂອງ ຫວຽດນາມ” (1987 – 2022). ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິນ ຊີ້ແຈ້ງວ່າ: ເລື່ອງ UNESCO ເຊີດຊູປະທານ ໂຮ່ຈີມິນ ແມ່ນມີຄວາມໝາຍສຳຄັນພິເສດ, ແມ່ນແຫຼ່ງລະດົມກຳລັງໃຈທີ່ໃຫຍ່ຫຼວງ, ຕໍ່ກຳລັງແຮງເພື່ອໃຫ້ທົ່ວທັງຊາດ ຫວຽດນາມ ຕັດສິນໃຈ, ຮ່ວມແຮງຮ່ວມໃຈແກ້ໄຂ, ຜ່ານຜ່າຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທົດສອບນາໆປະການ, ປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກຢ່າງມີໄຊ. ສຳລັບປະຊາຊົນໂລກ, ປະທານໂຮ່ຈິມິນ ເປັນເພື່ອນທີ່ໃກ້ຊິດສະໜິດສະໜົມ, ເປັນແບບຢ່າງ, ສັດຊື່ບໍລິສຸດຜຸດຜ່ອງ; ເປັນສັນຍາລັກແຫ່ງຄວາມຄາດຫວັງມີສັນຕິພາບ, ຕໍ່ສູ້ຕ້ານການກົດຂີ່ຂູດຮີດ; ເປັນທູດແຫ່ງສັນຕິພາບ, ຄວາມສາມັກຄີ, ມິດຕະພາບ, ການຮ່ວມມື ແລະ ພັດທະນາລະຫວ່າງບັນດາຊາດໃນໂລກ.

        ທີ່ພິທີສະເຫຼີມສະຫຼອງ, ທ່ານນາງ Audrey Azoulay, ຜູ້ອຳນວຍການໃຫຍ່ອົງການ UNESCO ເນັ້ນໜັກວ່າ: ມໍລະດົກໃຫຍ່ສຸດຂອງປະທານ ໂຮ່ຈີມິນ ປະໄວ້ໃຫ້ ນັ້ນແມ່ນເລື່ອງ ເພີ່ນ ມີວິໄສທັດຢ່າງຖືກຕ້ອງສຳລັບການສຶກສາທົ່ວປວງຊົນ. ປະຈຸບັນ, ເລື່ອງສືບທອດ ແລະ ພັດທະນາມໍລະດົກອັນດີງາມນີ້ຂອງປະທານ ໂຮ່ຈີມິນ ຢ່າງມີປະສິດທິຜົນ ນັ້ນແມ່ນການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ UNESCO ແລະ  ຫວຽດນາມ, ພິເສດແມ່ນໃນຂົງເຂດອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າສີສັນວັດທະນະທຳຂອງຊາດ.

ຕອບກັບ