ມີກາລະໂອກາດຫຼາຍຢ່າງເພື່ອພັດທະນາຊິບເຄິ່ງຊັກນຳໄຟຟ້າຢູ່ ຫວຽດນາມ

Chia sẻ
(VOVWORLD) - ຫວຽດນາມ ພວມເຂົ້າຮ່ວມບັນດາລະບົບນິເວດເຄິ່ງຊັກນຳໄຟຟ້າຢູ່ພາກພື້ນ ແລະ ທົ່ວໂລກຢ່າງແຮງ
ມີກາລະໂອກາດຫຼາຍຢ່າງເພື່ອພັດທະນາຊິບເຄິ່ງຊັກນຳໄຟຟ້າຢູ່ ຫວຽດນາມ  - ảnh 1(ທີ່ກອງປະຊຸມຖະແຫຼງຂ່າວປະຈຳໄຕມາດທີ 4)

          ຕອນບ່າຍວັນທີ 09 ຕຸລາ, ຢູ່ຮ່າໂນ້ຍ, ໃນກອງປະຊຸມຖະແຫຼງຂ່າວປະຈຳໄຕມາດທີ 4, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ພວມເຂົ້າຮ່ວມບັນດາລະບົບນິເວດເຄິ່ງຊັກນຳໄຟຟ້າຢູ່ພາກພື້ນ ແລະ ທົ່ວໂລກຢ່າງແຮງ ດ້ວຍຄວາມມານະພະຍາຍາມຂອງທັງລັດຖະບານ ແລະ ປະຊາຄົມວິສາຫະກິດ. ທ່ານ ຫງວຽນຝູຮຸ່ງ, ຫົວໜ້າກົມວິທະຍາສາດ ແລະ ເຕັກໂນໂລຢີບັນດາຂະແໜງເສດຖະກິດ - ເຕັກນິກ, ໃຫ້ຮູ້ວ່າ: ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະຜັນຂະຫຍາຍແຜນການບຳລຸງສ້າງ, ດຶງດູດແຫຼ່ງຊັບພະຍາກອນມະນຸດເພື່ອຕອບສະໜອງຄວາມຕ້ອງການກ່ຽວກັບນັກວິສະວະກອນ 5.000 ຄົນໃນຂົງເຂດ. ການພັດທະນາຊິບເຄິ່ງຊັກນຳໄຟຟ້າໃຫ້ແກ່ບັນດານັກລົງທຶນຕ່າງປະເທດ:

          “ແນ່ນອນວ່າ ຫວຽດນາມ ຕ້ອງມີກົນໄກນະໂຍບາຍດຶງດູດບັນດາວິສາຫະກິດ, ກຸ່ມບໍລິສັດຢູ່ພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນບັນດາຫ້ອງທົດລອງຢູ່ ຫວຽດນາມ ທີ່ກ່ຽວຂ້ອງເຖິງຂົງເຂດດັ່ງກ່າວ, ຫຼື ລົງທຶນກໍ່ສ້າງ ບັນດາສູນນະວັດຕະກຳ ຢູ່ບັນດາສະຖາບັນ, ໂຮງຮຽນທີ່ມີຂະແໜງຄົ້ນຄວ້າກ່ຽວກັບຊິບເຄິ່ງຊັກນຳໄຟຟ້າ. ທີ 2 ແມ່ນ, ດຶງດູດພູມປັນຍາເຕັກໂນໂລຊີຈາກຕ່າງປະເທດ.”

ຕອບກັບ