ພໍ່​ແມ່​ປະຊາຊົນ​ເຜົ່າ​ຂະ​ແມ ຕ້ອນຮັບ​ບຸນປີ​ໃໝ່ Chol Chnam Thmay ດ້ວຍ​ຄວາມ​​ເບີກບານ​ມ່ວນ​ຊື່ນ

Chia sẻ
(VOVWORLD) -ບຸນປີໃໝ່ Chol Chnam Thmay ຂອງພໍ່ແມ່ພີ່ນ້ອງຊາວເຜົ່າ ຂະແມ ພາກກາງເວົ້າລວມ ແລະ ພໍ່ແມ່ພີ່ນ້ອງເຜົ່າຂະແມ ຢູ່ແຂວງຊອັກຈັງ ເວົ້າສະເພາະ ດໍາເນີນແຕ່ວັນທີ 13 – 16 ເມສາ. 
ພໍ່​ແມ່​ປະຊາຊົນ​ເຜົ່າ​ຂະ​ແມ ຕ້ອນຮັບ​ບຸນປີ​ໃໝ່ Chol Chnam Thmay ດ້ວຍ​ຄວາມ​​ເບີກບານ​ມ່ວນ​ຊື່ນ - ảnh 1ວັດ Mahatup ຢູ່ ຊອັກຈັງ (ພາບ: TTXVN)

ຕາມຮີດຄອງປະເພນີແລ້ວ, ໃນຊຸມວັນບຸນ Chol Chnam Thmay, ພໍ່ແມ່ພີ່ນ້ອງຊາວເຜົ່າຂະແມຈະພາກັນເຂົ້າວັດວາແຫ່ງຕ່າງໆ ເພື່ອຖະຫວາຍເຂົ້າ ແນໃສ່ທໍາບຸນຕໍ່ບັນພະບຸລຸດ, ດໍາເນີນບັນດາກິດຈະກໍາທາງພຸດທະສາສະໜາຢູ່ໃນວັດ ຄື ປ້ານພະຊາຍ, ຈັດພິທີສວດມົນພາລະນາ...

ຕໍ່ໜ້າສະພາບການອັນສັບສົນຂອງໂລກລະບາດໂຄວິດ - 19, ຢູ່ວັດ ແລະ ໝູ່ບ້ານແຫ່ງຕ່າງໆຂອງຊາວເຜົ່າຂະແມໃນບໍລິເວນແຂວງ ຊອັກຈັງ, ພໍ່ແມ່ພີ່ນ້ອງໄດ້ກະກຽມ ແລະ ຂຶ້ນແຜນການຈັດຕັ້ງບຸນປີໃໝ່ Chol Chnam Thmay ຢ່າງເບີກບານມ່ວນຊື່ນ ແລະ ມີຄວາມສຸກ ພ້ອມທັງຍັງຮັບປະກັນຄວາມປອດໄພນຳອີກ. ພໍ່ແມ່ປະຊາຊົນຕ້ອນຮັບບຸນປີໃໝ່ຢູ່ກັບເຮືອນ, ຫຼີກລ້ຽງການເຕົ້າໂຮມກັນຫຼາຍຄົນ, ອວຍພອນກັນຜ່ານການສົ່ງຂໍ້ຄວາມ. ສ່ວນຢູ່ທີ່ວັດ ແລະ ໝູ່ບ້ານກໍຈະຈັດຕັ້ງການຕ້ອນຮັບດ້ວຍຂອບຂະໜາດນ້ອຍ, ສ່ວນຫຼາຍແມ່ນໃນຂອບເຂດຄອບຄົວ, ບໍ່ຈັດຕັ້ງງານລ້ຽງ ແລະ ບໍ່ເຂົ້າຮ່ວມພິທີກໍາຕ່າງໆຢູ່ວັດ.

 

 

 

 

 

 


ຕອບກັບ