ພາຍຸ Hagibis ທໍາລາຍ ຍີ່ປຸ່ນ: ຈໍານວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນ

Chia sẻ
(VOVWORLD) - ວັນທີ 13 ຕຸລາ, ວົງການເຈົ້າໜ້າທີ່ຂອງ ຍີ່ປຸ່ນ ໄດ້ປະກາດວ່າ ຢ່າງໜ້ອຍສຸດມີ 11 ຄົນ ເສຍຊີວິດ ເມື່ອພາຍຸ Hagibis ພັດຖະຫຼົ່ມເຂົ້າປະເທດນີ້ ພ້ອມທັງເກີດຝົນຕົກໜັກທີ່ບໍ່ເຄີຍມີມາກ່ອນ.
ພາຍຸ Hagibis ທໍາລາຍ ຍີ່ປຸ່ນ: ຈໍານວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນ - ảnh 1ພາຍຸ Hagibis ທໍາລາຍ ຍີ່ປຸ່ນ (ພາບ: TTXVN)

        ອໍານາດການປົກຄອງ ໄດ້ອອກຄໍາສັ່ງໃຫ້ຍົກຍ້າຍປະຊາຊົນກວ່າ 6 ລ້ານຄົນ ໄປຍັງບ່ອນປອດໄພໃນທົ່ວປະເທດ ຍີ່ປຸ່ນ. ໄລ່ມາຮອດປັດຈຸບັນ, ຢ່າງໜ້ອຍສຸດມີປະຊາຊົນຮັບບາດເຈັບ 80 ຄົນ, ໃນຂະນະນັ້ນ ມີ 270.000 ຄອບຄົວ ບໍ່ມີໄຟຟ້າໃຊ້.  ຢູ່ເຂດທ່າກໍ່າປັ່ນ ໂຕກຽວ ຢູ່ເມືອງ Nagasaki, ອໍານາດການປົກຄອງໄດ້ຊ່ອຍກູ້ ກໍ່າປັ່ນຂົນສົ່ງສິນຄ້າລໍາໜຶ່ງ ທີ່ຖືກໂຈມນໍ້າ, ກູ້ເອົາຊີວິດຂອງລູກເຮືອຄົນຕ່າງປະເທດ 3 ຄົນ. ສ່ວນຈໍານວນລູກເຮືອທີ່ຍັງເຫຼືອນັ້ນ ໄດ້ຮັບຖືວ່າ ແມ່ນຖືກຫາຍຊາບສູນ. ຕາມຕໍາຫຼວດທະເລຍີ່ປຸ່ນ ແລ້ວ, ນີ້ແມ່ນກໍ່າປັ່ນຂົນສົ່ງສິນຄ້າຂອງ ປານາມາ. ໃນຈໍານວນລູກເຮືອຂອງກໍ່າປັ່ນລໍາດັ່ງກ່າວ ມີຄົນມຽນມາ 3 ຄົນ, ຄົນຈີນ 7 ຄົນ ແລະ ຄົນຫວຽດ 2 ຄົນ.

        ຕາມກົມໃຫຍ່ອຸຕຸນິຍົມ ຍີ່ປຸ່ນແລ້ວ, ໃນຕອນເຊົ້າວັນທີ 13 ຕຸລາ, ພາຍຸ Hagibis ໄດ້ ເຄື່ອນໄປສູ່ທະເລແລ້ວ, ເຖິງຢ່າງໃດກໍຕາມ ລົມຫົວກຸດ ແລະ ຝົນຕົກໜັກ ຍັງອາດຈະເກີດຂຶ້ນອີກ.

 ບຸ່ຍຫຸ່ງ ນັກຂ່າວ VOV ປະຈໍາ ໂຕກຽວ


ຕອບກັບ